
ກອງປະຊຸມເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ການເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢູ່ເຂດໃຈກາງນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2025-07-03 15:25:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:
ໃນວັນທີ 3 ກໍລະກົດ 2025 ນີ້, ຢູ່ທີ່ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ການເປັນປະທານອາຊຽນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ 2024 ຢູ່ເຂດໃຈກາງນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະພັກ-ຄະນະບັນຊາ ຫ້ອງການເມືອງ ບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ບັນດາວິທະຍາຄານ, ກົມວິທະຍາສາດ-ປະຫວັດສາດ ການທະຫານ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ໂຮງຮຽນ, ບັນດາກອງພັນໃຫຍ່, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົມພັນຕ່າງປະເທດ, ຫົວໜ້າໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ແຫ່ງ ສປປ ລາວ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ຜົນສຳເລັດການເປັນເຈົ້າພາບ ແລະ ເປັນປະທານອາຊຽນ 2024 ໃຫ້ຮູ້ວ່າ: ສປປ ລາວ ໃນຖານະເປັນສະມາຊິກອາຊຽນ ໄດ້ປະຕິບັດສິດ ແລະ ພັນທະ ໃນການເປັນປະທານອາຊຽນ ໄດ້ຮັບກຽດເປັນປະທານທັງໝົດ 3 ຄັ້ງ (2004, 2016 ແລະ 2024) ເຊິ່ງການເປັນປະທານກອງປະຊຸມໃນປີ 2024 ໃນຄັ້ງນີ້, ໄດ້ດຳເນີນພາຍໃຕ້ຄຳຂວັນ: "ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ" (Asean: Enhancing connectivity and Resilience) ສຳລັບກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM Plus) ແລະ ກອງປະຊຸມປີ່ນອ້ອມອື່ນໆ ພາຍໃຕ້ຄຳຂວັນ: “ຮ່ວມກັນເພື່ອ ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງໃນອາຊຽນ”. ໃນການເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວໃນຄັ້ງນີ້ ເນັ້ນໃສ່ 4 ບູລິມະສິດ: 1. ຄວາມສາມັກຄີ (Unity); 2. ຄວາມເຂັ້ມແຂງ (Resilience); 3. ຄວາມເປັນແກນກາງຂອງອາຊຽນ (ASEAN Centrality); 4. ສັນຕິພາບ ແລະ ຄວາມໝັ້ນຄົງ (Peace and Security). ກະຊວງປ້ອງກັນປະເທດ ໄດ້ກະກຽມ ແລະ ຈັດກອງປະຊຸມທັງໝົດທີ່ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ, ກິດຈະກຳປິ່ນອ້ອມທັງໝົດ 31 ກອງປະຊຸມ, ມີຜູ້ແທນເຂົ້າຮ່ວມທັງໝົດ 2.902 ທ່ານ ເຊິ່ງການປະສານງານກັບແຕ່ລະພາກສ່ວນ ໄດ້ສຸ່ມໃສ່ກະກຽມດ້ານບຸກຄະລາກອນ, ການຈັດການເຝິກອົບຮົມ, ການຫັດແອບ, ຂະບວນລົດ, ການຕ້ອນຮັບ-ສົ່ງຄະນະຜູ້ແທນ, ການຈັດກອງປະຊຸມ, ຫ້ອງພົບປະສອງຝ່າຍ, ຫ້ອງງານລ້ຽງ ແລະ ອື່ນໆ, ວຽກງານປ້ອງຄວາມສະຫງົບປອດໄພ, ວຽກງານພາຫະນະ-ເຕັກນິກ, ວຽກງານນ້ຳມັນເຊື້ອໄຟ, ວຽກງານໂຄສະນາ-ສື່ສານມວນຊົນ, ວຽກງານຮັກສາສຸຂະພາບ, ວຽກງານສື່ສານ-ໄອທີ, ວຽກງານອຸປະໂພກ ແລະ ວຽກງານງົບປະມານຮັບໃຊ້ບັນດາກອງປະຊຸມອາຊຽນ. ຜ່ານການຈັດຕັ້ງວຽກງານດັ່ງກ່າວ, ກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ສາມາດສະຫຼຸບຕີລາຄາຈຸດພົ້ນເດັ່ນ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງທິດທາງການຮ່ວມມືວຽກງານອາຊຽນ ຄື: ເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມສັນຕິພາບ, ຄວາໄວ້ເນື້ອເຊື່ອໃຈ, ການຮ່ວມມື ແລະ ການພັດທະນາໃນພາກພື່ນ, ຍົກສູງບົດບາດກະຊວງປ້ອງກັນປະເທດ ກໍຄືກອງທັບປະຊາຊົນລາວ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປືກສາຫາລື ແລະ ກຳນົດນະໂຍບາຍ ແລະ ລະບຽບຫຼັກການຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ, ເປັນເວທີສົ່ງເສີມການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ທັງເປັນໂອກາດພັດທະນາບຸກຄະລາກອນ, ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ທັງພາຍໃນ ແລະ ພາຍນອກ, ພ້ອມທັງເປັນການສົ່ງເສີມເສດຖະກິດ, ວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ແລະ ການພັດທະນາພື້ນຖານໂຄງລ່າງ ເຊິ່ງຜົນງານດັ່ງກ່າວ ໄດ້ຮັບການຊີ້ນໍາ ແລະ ສະໜັບໜູນຈາກລັດຖະບານ, ບັນດາກະຊວງທີ່ກ່ຽວຂ້ອງ ໂດຍສະເພາະຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ຊີ້ນຳໂດຍກົງ ສາມາດເຮັດໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມອາຊຽນ ຂອງກອງທັບປະຊາຊົນລາວໃນຄັ້ງນີ້ ມີຄວາມສະຫງົບປອດໄພ ແລະ ໄດ້ຮັບໝາກຜົນທີ່ສຸດ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ວຽກງານອາຊຽນ ຖືເປັນວຽກງານໜຶ່ງທີ່ສໍາຄັນໃຫ້ແກ່ການສົ່ງເສີມການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກອາຊຽນດ້ວຍກັນ ແລະ ກັບບັນດາປະເທດຄູ່ເຈລະຈາ ເພື່ອການພັດທະນາ ລວມທັງການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ ກໍຄືສາກົນ. ພ້ອມນີ້, ສະຫາຍ ໄດ້ເນັ້ນໜັກໃຫ້ກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ເປັນຈຸດປະສານງານຫຼັກກັບບັນດາກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບ ວຽກງານອາຊຽນ ເພື່ອໃຫ້ເຂົາເຈົ້າ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວ ແລະ ມອບໃຫ້ບັນດາກົມກອງ ສືບຕໍ່ເຜີຍແຜ່ ແລະ ເຊື່ອມຊຶມ ເພື່ອໃຫ້ພະນັກງານຂອງຕົນ ຮັບຮູ້ເຂົ້າໃຈ ກ່ຽວກັບ ວຽກງານອາຊຽນ ແລະ ໃຫ້ບັນດາກົມກອງເຂດໃຈກາງນະຄອນຫຼວງວຽງຈັນສືບຕໍ່ສຶກສາ, ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນ ແລະ ຈິດໃຈຂອງຜົນສຳເລັດຂອງການເປັນປະທານອາຊຽນໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ທົ່ວເຖິງ ແລະ ເກີດດອກອອກຜົນ.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ