ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງພົນທີ 1 ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2025-07-03 14:49:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 497 | ຄວາມນິຍົມ:



ໃນວັນທີ 2 ກໍລະກົດ 2025 ນີ້; ກອງພົນທີ 1 ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ສັບຊ້ອນໜ້າທີ່ ໃຫ້ນາຍທະຫານ, ໂດຍການປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີບັນດາ ຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວຽງສະຫວັນ ໄຊສະຫວັນ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກອງພົນທີ 1 ຈໍານວນ 158 ສະຫາຍ ລະອຽດຄື: ວາທີ ຂຶ້ນ ຮ້ອຍຕີ 70 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 25 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 21 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 32 ສະຫາຍ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກອງພົນທີ 1 ວ່າດ້ວຍການແຕ່ງຕັ້ງຂັ້ນຊ່ວຍວຽກພະແນກການ, ຂະແໜງການ, ກອງຮ້ອຍ, ໝວດ, ໝູ່ ແລະ ວິຊາສະເພາະພະລາທິການ-ເຕັກນິກ ທົ່ວກອງພົນທີ 1 ຈໍານວນ 111 ສະຫາຍ. ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍສ້າງໄດ້ໃນໄລຍະຜ່ານມາ; ພ້ອມທັງເນັ້ນເໜັ້ນໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ; ຕິດຕາມກວດກາ ແລະ ຕອບຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນສັງຄົມ ແລະ ກົມກອງ; ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ; ມີຈິດໃນຫ້າວຫັນຟົດຟື້ນປະຕິວັດ, ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ແລະ ກ້ວາງຂວາງ; ສືບຕໍ່ກໍ່ສ້າງຕົນເອງຕາມທິດຊີ້ນໍາ ຂອງພັກ-ລັດ ແລະ ຕັ້ງໜ້າປະຕິບັດຂໍ້ກໍານົດ, ກົດລະບຽບຢ່າງເຂັ້ມງວດ; ຍູ້ແຮງຂະບວນການເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ; ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ພາຫະນະ, ອາວຸດຍຸດໂທປອນກອນໃຫ້ດີ; ລົງເລິກການພົວພັນຮ່ວມມືກັບອົງການປົກຄອງທ້ອງຖິ່ນ, ປະຊາຊົນອ້ອມຂ້າງໃຫ້ເປັນປົກກະຕິ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ