
ກອງພົນ 3 ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-07-03 10:56:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 500 | ຄວາມນິຍົມ:
ໃນວັນທີ 2 ກໍລະກົດ 2025 ນີ້, ກອງພົນທີ 3 ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ໂດຍມີ ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ຫົວໜ້າການເມືອງ, ສະຫາຍ ພັນເອກ ສຸກສະຫວັດ ດາລາສຸກ ຫົວໜ້າການທະຫານ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ, ພະແນກການ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານໃນກອງທັບປະຊາຊົນລາວ ພັກການ ຮັບບຳນານ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ນາຍທະຫານ ຢູ່ກອງພົນທີ 3 ພັກການ ຮັບບຳນານ ຈຳນວນ 9 ສະຫາຍ, ຍິງ 1 ສະຫາຍ ໃນນີ້, ຊັ້ນພັນໂທ 8 ສະຫາຍແລະ ຊັ້ນພັນຕີ 1 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິວັດ ຕໍ່ສູ້ກູ້ຊາດ, ປັກປັກຮັກສາ ແລະ ສ້າງສາປະເທດຊາດ ອັນສູງສົ່ງ ທີ່ມີກຽດສະຫງ່າງາມ ເຫັນໄດ້ເຖິງມູນເຊື້ອ ຜົນງານຫຼາຍດ້ານໃນການ ນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງ ມີຜົນສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ພ້ອມທັງ ອວຍພອນມາຍັງບັນດາສະຫາຍທີ່ໄດ້ຮັບນະໂຍບາຍ ພັກການ ຮັບບຳນານ ຈົ່ງມີສຸຂະພາບແຂງແຮງ, ເປັນຜູ້ສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດນຳເອົາຜົນງານມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ. ໂອກາດດັ່ງກ່າວ, ຍັງໄດ້ມອບຂອງຂວັນໃຫ້ແກ່ພະນັກງານຜູ້ທີ່ໄດ້ຮັບນະໂຍບາຍ ພັກການ ຮັບບຳນານ ຕື່ມອີກ.
ໂດຍ : ຄໍາຜຸຍ ສີວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ