
ໜ່ວຍພັກສາງນໍ້າມັນເຊື້ອໄຟ ເລກ 5 ຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2025-06-24 13:30:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 629 | ຄວາມນິຍົມ:
ວັນທີ 24 ມິຖຸນາ 2025 ນີ້, ໜ່ວຍພັກສາງນໍ້າມັນເຊື້ອໄຟ ເລກ 5 ກອງທັບ, ໄດ້ຈັດກອງປະຊຸມສະຫຼຸບກວດກາຕີລາຄາ ຄັດການເລືອກຈັດແບ່ງປະເພດຄຸນນະພາບ ສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ກໍາມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ, ຫົວໜ້າກົມຂົນສົ່ງກົມໃຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ຫັດສະດີ ວັນນະວົງ ເລຂາໜ່ວຍພັກ, ຫົວໜ້າສາງນໍ້າມັນເຊື້ອໄຟເລກ 5 ກອງທັບໄດ້ຜ່ານບົດສະຫຼຸບການນໍາພາຂະບວນກໍ່ສ້າງໜ່ວຍບພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໜ່ວຍພັກສາງນໍ້າມັນເຊື້ອໄຟເລກ 5 ເປັນໜ່ວຍພັກໜຶ່ງ ພາຍໃຕ້ການຊີ້ນຳ-ນໍາພາໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດ ທາງດ້ານວຽກງານຮັບປະກັນໃນຂົງເຂດວຽກງານນໍ້າມັນເຊື້ອໄຟກອງທັບ, ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ,ຂໍ້ ກໍານົດ, ກົດລະບຽບຂອງກອງທັບ, ສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນລາວດາເຜົ່າ, ປະຈຸບັນພາຍໃນໜ່ວຍພັກມີຈໍານວນສະມາ ຊິກພັກທັງໝົດ 28 ສະຫາຍ, ຍິງ 4 ສະຫາຍ. ຜ່ານການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການ ເມືອງສາມາດຄັດເລືອກໄດ້ສະມາຊິກພັກແຂງ 28 ສະຫາຍ, ຄະນະແນນລວມຂອງສະມາຊິກພັກແຕ່ລະສະຫາຍແມ່ນໄດ້ 9 ຂຶ້ນໄປ, ສ່ວນໜ່ວຍພັກບັນລຸໄດ້ຄະແນນ 9,46%, ນໍາສະເໜີຄະນະພັກຂັ້ນເທິງເພື່ອຄົ້ນຄົ້ວາ ແລະ ຢັ້ງຢືນຮັບຮອງເອົາໜ່ວຍພັກສາງນໍ້າມັນເຊື້ອໄຟເລກ 5 ກອງທັບ, ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025.
ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານ, ສະມາຊິກພັກທຸກສະຫາຍ, ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງນໍາແນວຄິດເປັນກົກ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ຄວາມສາມັກຄີພາຍໃນພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນພັກ, ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາຂອງພັກ, ເພີ່ມທະວີວຽກງານປ້ອງກັນພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກວາງອອກ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ມີການສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຢ່າງເປັນປະຈໍາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ໂດຍສະເພາະຮັບປະກັນວຽກງານນໍ້າມັນເຊື້ອໄຟຂອງກອງທັບ ໃຫ້ໄດ້ປະລິມານ ແລະ ມີຄຸນນະພາບ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ