
ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-06-24 10:48:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 710 | ຄວາມນິຍົມ:
ວັນທີ 24 ມິຖຸນາ 2025 ນີ້, ພະແນກສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຜີຍແຜເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແຫວນ ຫຼ້າບົວມະຫາໄຊ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ອຳມາລາ ຄຳບຸນເຮືອງ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບແຜນພັດທະນາແມ່ຍິງກອງທັບ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ ປີ 2026-2030 ພ້ອມທັງຜ່ານມະຕິ ກອງປະຊຸມຜູ້ແທນແມ່ຍິງກອງທັບ ຄັ້ງທີ IX ໂດຍປະຕິບັດຕາມທິດທາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ VIII (2021-2025) ເພື່ອບັນລຸຕາມເປົ້າໝາຍ 10 ແຜນງານ 65 ໂຄງການ ຂອງແຜນພັດທະນາແມ່ຍິງແຫ່ງຊາດວາງອອກ, ເຊິ່ງສະຫະພັນແມ່ຍິງກອງທັບ ໄດ້ຫັນເອົາແຜນງານ, ໂຄງການດັ່ງກ່າວ ມາເປັນແຜນພັດທະນາແມ່ຍິງກອງທັບ ປະກອບດ້ວຍ 10 ແຜນງານ 54 ໂຄງການ ເຂົ້າໃນວຽກງານຕົວຈິງຕາມສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງສະຫະພັນແມ່ຍິງກອງທັບ ເຫັນໄດ້ວ່າ ສະມາຊິກສະຫະພັນແມ່ຍິງກອງທັບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ມີຄວາມສາມັກຄີເປັນເອກະພາບພາຍໃນ-ພາຍນອກຢ່າງແໜ້ນແຟ້ນ, ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍຂອງກຸ່ມຄົນບໍ່ຫັວງດີ, ຫ້າວຫັນໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຮັບການປັບປຸງຕາມທິດຊີ້ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ຢ່າງເປັນລະບົບ, ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນການນໍາພາ-ຊີ້ນໍາ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເປັນເຈົ້າການໃນການພັດທະນາ ແລະ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອປະກອບສ່ວນໃນການປະຕິບັດສົນທິສັນຍາ ວ່າດ້ວຍການລົບລ້າງທຸກຮູບແບບຕໍ່ການຈໍາແນກແມ່ຍິງ ເປັນເຈົ້າການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍໃນສັງຄົມ ແລະ ຄອບຄົວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາຕົວຈິງຫຼາຍຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາແມ່ຍິງແຕ່ລະຂັ້ນ ມີຄວາມຮູ້ ຄວາມສາມາດ ໃນການນໍາພາ, ການປາຖະກະຖາ, ການໃຫ້ຄໍາປຶກສາ ໂດຍເຊື່ອມຊຶມບົດບາດ ຍິງ-ຊາຍ ເຂົ້າແຕ່ລະໜ້າວຽກ, ຮັກສາໄດ້ມູນເຊື້ອດຸໝັ່ນເພີ່ມພູນຜະລິດຜົນ, ມີນໍ້າໃຈປະຢັດອົດທົນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງກອງທັບ ແລະ ຂອງແມ່ຍິງລາວບັນດາເຜົ່າ, ເປັນເຈົ້າການໃນການເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ໂດຍຕິດພັນກັບ 4 ແຜນງານ 26 ໂຄງການ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ວຽກງານອື່ນໆທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນໄດ້ເປັນຢ່າງດີ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແຫວນ ຫຼ້າບົວມະຫາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາພະແນກສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກສືບຕໍ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອອົງການຈັດຕັ້ງສະຫະພັນແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ ໂດຍກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ພ້ອມກັນນຳເອົາເນື້ອໃນຈິດໃຈການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ