
ເຈົ້າແຂວງ ແຂວງຊຽງຂວາງ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງຮ້ອຍທະຫານຊາຍແດນ 224
ເວລາອອກຂ່າວ: 2025-06-24 09:07:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 675 | ຄວາມນິຍົມ:
ໃນວັນທີ 20 ມິຖຸນາ 2025 ນີ້, ສະຫາຍ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ ສັງກະສີ 150 ແຜ່ນ, ເຂົ້າສານ 10 ເປົາ ແລະ ວັດຖຸອື່ນໆ ລວມມູນຄ່າ 20 ລ້ານກວ່າກີບ ມາມອບໃຫ້ກອງຮ້ອຍທະຫານຊາຍແດນ 224 ກອງບັນຊາການທະຫານແຂວງຊຽງຂວາງ, ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ປິ່ນແກ້ວ ປະອິນພອນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຊຽງຂວາງ ພ້ອມຄະນະ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ປິ່ນແກ້ວ ປະອິນພອນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງຮ້ອຍທະຫານຊາຍແດນ 224 ສະແດງຄວາມຂອບໃຈ ມາຍັງ ເຈົ້າແຂວງ ແຂວງຊຽງຂວາງ ພ້ອມຄະນະ ທີ່ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ໃນຄັ້ງນີ້ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ: ຈະໝູນໃຊ້ເຄື່ອງດັ່ງກ່າວ ເຂົ້າໃນວຽກງານລວມ ຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ແສງອາລຸນ ດວງພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ