
ເຊັນສັນຍາລະຫວ່າງ ກອງບັນນາທິການໜັງສືພິມກອງທັບ ແລະ ບໍລິສັດ ມີໄຊ ໂລຈິສ໌ຕິກສ໌ ຈຳກັດ
ເວລາອອກຂ່າວ: 2025-06-24 09:00:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:
ວັນທີ 20 ມິຖຸນາ 2025 ນີ້, ກອງບັນນາທິການໜັງສືພິມກອງທັບ ໄດ້ເຊັນສັນຍາຮ່ວມກັບບໍລິສັດ ມີໄຊ ໂລຈິສ໌ຕິກສ໌ ຈຳກັດ, ຝ່າຍກອງບັນນາທິການໜັງສືພິມກອງທັບ ນຳໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການໜັງສືພິມກອງທັບ ພ້ອມຄະນະ ແລະ ຝ່າຍ ບໍລິສັດ ມີໄຊ ຂົນສົ່ງ ນຳໂດຍ ສະຫາຍ ບຸນຈັນ ເສນາມົນຕີ ຄະນະບໍລິຫານ ບໍລິສັດ ມີໄຊ ໂລຈິສ໌ຕິກສ໌ ຈຳກັດ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງຂອງ ການເຊັນສັນຍາໃນຄັ້ງນີ້ ກໍເພື່ອຈັດສົ່ງໜັງສືພິມກອງທັບໃຫ້ບັນດາກົມກອງໃນກຳລັງຫຼວງ, ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະ ບັນດາເທດສະການທີ່ສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເຫດການທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໜັງສືພິມກອງທັບໄດ້ຈັດພິມອອກໃນແຕ່ລະມື້, ຈຳໜ່າຍແຈກຢາຍໃຫ້ເປົ້າໝາຍຜູ້ອ່ານໃນຂອບເຂດທົ່ວປະເທດ. ໜັງສືພິມກອງທັບເຮົາເປັນເວທີແລກປ່ຽນຄວາມຮູ້ຂອງເພື່ອນ ຮ່ວມງານ ແລະ ເປັນຂົວຕໍ່ດ້ານຂ່າວສານຕ່າງໆລະຫວ່າງຂັ້ນເທິງຂັ້ນລຸ່ມເປັນຢ່າງດີ. ໜັງສືພິມກອງທັບນອກຈາກເຮັດ ໜ້າທີ່ເປັນກະບອກສຽງຂອງຄະນະພັກກະຊວງປ້ອງກັນປະເທດແລ້ວ ຍັງເປັນເສນາທິການໃຫ້ຂັ້ນເທິງ ໃນຂົງເຂດວຽກງານສື່ມວນຊົນນຳອີກ.
ໂອກາດນີ້, ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຕາງໜ້າໃຫ້ກອງບັນນາທິການໜັງສືພິມກອງທັບ ແລະ ສະຫາຍ ບຸນຈັນ ເສນາມົນຕີ ຕາງໜ້າບໍລິສັດມີໄຊ ໂລຈິສ໌ຕິກສ໌ ຈຳກັດ ກໍໄດ້ເຊັນສັນຍາຮ່ວມກັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.ຈາກນັ້ນກໍໄດ້ຈັດກິດຈະກຳຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງກອງບັນນາທິການໜັງສືພິມກອງທັບ ແລະ ບໍລິສັດມີໄຊ ໂລຈິສ໌ຕິກສ໌ ກຳຈັດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ