ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ ສູນ​ກາງສະຫະພັນ​ແມ່ຍິງ​ລາວ ຄັ້ງ​ທີ 4 ສະໄໝ​ທີ VIII
ເວລາອອກຂ່າວ: 2025-06-24 08:53:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ:



ວັນ​ທີ 18 ມິຖຸນາ 2025 ນີ້, ຢູ່​ທີ່​ສະໂມສອນ​ກອງ​ພົນ​ທີ 3 ໄດ້​ເຊື່ອມ​ຊຶມ​ເອກະສານ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຄັ້ງ​ທີ 4 ສະໄໝ​ທີ VIII. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ລິດ ບົວ​ໄຂ​ຄຳ ກຳມະການ​ຄະນະ​ພັກ​ກອງ​ພົນ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3, ມີ​ສະມາຊິກ​ສະຫະພັນ​ແມ່ຍິງ​ມາ​ຈາກ ອົງການ 5 ຫ້ອງ, ກົມ​ກອງ​ອ້ອມ​ຂ້າງ​ກອງ​ພົນ​ທີ 3 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ໄມ​ເພັດ ວິລາວັນ ຫົວໜ້າ​ພະ​ແນກ​ສະຫະພັນ ແລະ ສະຫາຍ ພັນ​ຕີ ນາງເກດ​ນິ​ດາ ເພັດ​ລໍ​ຄຳ ຮອງ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ກໍ​ໄດ້​ພັດ​ປ່ຽນ​ກັນ​ເຜີຍແຜ່​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ຄັ້ງ​ທີ 4 ສະໄໝ​ທີ VIII, ມະຕິ​ກອງ​ປະຊຸມ​ຜູ້​ແທນ​ແມ່ຍິງ​ທົ່ວ​ກອງທັບ ຄັ້ງ​ທີ IX ແລະ ຜ່ານ​ບົດ​ສະຫຼຸບ​ແຜນ​ພັດທະນາ​ແມ່ຍິງ​ກອງທັບ ໃນ​ໄລຍະ​ປີ 2021-2025 ແລະ ທິດ​ທາງ​ແຜນການ ໄລຍະ​ປີ 2025-2030 ໂດຍ​ປະຕິບັດ​ຕາມ​ວິໄສ​ທັດ​ຍຸດ​ທະ​ສາດ ແລະ ແຜນ​ພັດທະນາ​ແມ່ຍິງ​ແຫ່ງ​ຊາດ ຄັ້ງ​ທີ VIII ປີ 2021-2025 ເພື່ອ​ບັນລຸ​ເປົ້າ​ໝາຍ 10 ແຜນ​ງານ 65 ໂຄງການ ຂອງ​ແຜນ​ພັດທະນາ​ແມ່ຍິງ​ແຫ່ງ​ຊາດ​ວາງ​ອອກ, ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ຫັນ​ເອົາ​ແຜນ​ສາມ​ໂຄງການ​ດັ່ງກ່າວ​ມາ​ເປັນ​ແຜນ​ພັດທະນາ​ແມ່ຍິງ​ກອງທັບ ເຊິ່ງ​ມີ 10 ແຜນການ 54 ໂຄງການ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ຕາມ​ສະພາບ​ຈຸດ​ພິເສດ ແລະ ເງື່ອນໄຂ​ຕົວ​ຈິງ ເຮັດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ມະຕິ, ຄຳ​ສັ່ງ​ຕ່າງໆ ຂອງ​ຂັ້ນ​ເທິງ​ວາງ​ອອກ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ-ພາຍ​ນອກ ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ. ໂອກາດ​ນີ້, ສະຫາຍ ພັນ​ໂທ ສົມ​ລິດ ບົວ​ໄຂ​ຄຳ ກໍ​ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ຂອງ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 3 ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ, ເອົາ ໃຈ​ໃສ່​ປະຕິບັດ​ມະຕິ, ຄຳ​ສັ່ງ, ຂໍ້​ນຳ​ນົດ, ກົດ​ລະບຽບ ຂອງ​ກອງທັບ ກໍ​ຄື​ຂອງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ນຳ​ເອົາ​ເນື້ອ​ໃນ​ການ​ເຜີຍແຜ່​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້ ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ຂອງ​ກອງ​ກົມ​ໃຫ້​ໄດ້​ຮັບ​ຜົນ​ສູງ. ໂດຍ: ທອງ​ເລື່ອນ ພາບ: ຄຳ​ຜຸຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ