
ຫ້ອງເສນາທິການທະຫານແຂວງໄຊຍະບູລີ ເປີດອົບຮົມຫັດແອບການທະຫານ-ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025
ເວລາອອກຂ່າວ: 2025-06-24 08:49:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ:
ວັນທີ 18 ມິຖຸນາ 2025 ນີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີເປີດຊຸດອົບຮົມ-ຫັດແອບການທະຫານ-ການເມືອງ, ພະລາທິ
ການ-ເຕັກນິກ ປະຈຳປີ 2025. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທອງວັນ ສຸກສະຫວັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບທົ່ວຫ້ອງເສນາ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ວິໄລຈິດ ຫົວໜ້າພະແນກບໍລິຫານຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານແຜນການອົບຮົມ-ຫັດແອບ, ຈຸດປະສົງຂອງການເປີກອົບຮົມເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມກ່ຽວກັບການຈັດຕັ້ງອົບຮົມ-ຫັດແອບການທະຫານ-ການເມືອງ, ພະລາທິການ-ເຕັກ ນິກ ປະຈຳປີ 2025, ເພື່ອໃຫ້ນາຍ ແລະ ພົນທະຫານ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ແລະ ຄວາມຊຳນິຊຳນານດ້ານການທະຫານ, ການ ເມືອງ, ພະລາທິການ ແລະ ເຕັກນິກໃນລະດັບທີ່ແນ່ນອນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ແລະ ແນໃສ່ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍໃຫ້ແກ່ນາຍ ແລະ ພົນທະຫານ ມີພິກໄຫວຄ່ອງແຄ້ວ ຮັບປະກັນກຽມພ້ອມສູ້ຮົບໃນທຸກເງື່ອນໄຂ, ເພື່ອກະຕຸກຊຸກຍູ້ໃຫ້ບັນດາພະນັກງານ-ນັກ
ຮົບປະຕິບັດຂໍ້ກຳນົດ, ກົດລະບຽບຢ່າງເປັນປົກກະຕິ, ປັບປຸງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ສ້າງກົມກອງໃຫ້ມີແບບ ແຜນທັນສະໄໝ, ເຝິກຝົນຫຼໍ່ຫຼອມໃຫ້ພະນັກງານ-ນັກຮົບມີສຸຂະພາບເຂັ້ມແຂງ, ທົນທານແຂງແກ່ນ ກຽມພ້ອມເຮັດສຳເລັດໜ້າທີ່ຕາມການມອບໝາຍໃນທຸກສະພາບການ ແລະ ເງື່ອນໄຂ, ເຊິ່ງເນື້ອໃນຂອງການອົບ ຮົມ-ຫັດແອບມີຄື: ຄວາມຮູ້ທົ່ວໄປ 45 ວັນ, ຂໍ້ກຳນົດ, ລະບຽບຮູບແຖວ, ພິທີການ 15 ວັນ, ກິລາການທະຫານ 8 ວັນ, ສິລະປະຍຸດທະຫານຮາບ 8 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 1 ວັນ, ວຽກງານເສນາທິການ 5 ວັນ, ອົບຮົມການເມືອງ 15 ວັນ, ພະ ລາທິການ 10 ວັນ, ເຕັກ ນິກ 10 ວັນ, ສິລະປະຍຸດ 5 ວັນ, ຍຸດທະວິທີ 5 ວັນ, ກຳນົດເວລາອົບຮົມທັງໝົດ 90 ວັນ, ແລະ ແບ່ງອອກເປັນ 2 ໄລຍະອົບຮົມ. ໃນຊຸດອົບຮົມ-ຫັດແອບຄັ້ງນີ້ ຍັງໄດ້ຜ່ານເນື້ອໃນຂໍ້ແຂງພ້ອມທັງຂຶ້ນຈັບມືກັນເພື່ອແຂ່ງຂັນກັນສ້າງຂະບວນການ ແລະ ສ້າງຜົນງານຮອບດ້ານໃນບັ້ນອົບຮົມຄັ້ງນີ້ໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ