ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຄະນະນຳເມືອງຫົງສາ ຕ້ອນຮັບຂະບວນນັກສຶກສາທິດສະດີການເມືອງ-ການປົກຄອງ ຂັ້ນກາງ ຮຸ່ນທີ III ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ
ເວລາອອກຂ່າວ: 2025-06-23 10:14:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 768 | ຄວາມນິຍົມ:



ໃນວັນທີ 19 ມິຖຸນາ 2025 ນີ້, ຄະນະນຳ ຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຕ້ອນຮັບຂະບວນນັກສຶກສາທິດສະດີການເມືອງ-ການປົກຄອງ ຂັ້ນກາງ ຮຸ່ນທີ III ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນໂອກາດທີ່ມາທັດສະນະຢູ່ເມືອງຫົງສາ, ຢູ່ທີ່ເດີ່ນກິລາຮົ່ມຂອງເມືອງ ໃຫ້ການຕ້ອນຮັບໂດຍ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ ພ້ອມດ້ວຍຄະນະນຳຂອງເມືອງ, ສ່ວນຄະນະຄູ-ອາຈານນຳພາໂດຍ ທ່ານ ສົມນຶກ ພອນວິຈິດ ຮອງອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນໂອກາດທີ່ມາທັດສະນະສຶກສາຢູ່ເມືອງຫົງສາຄັ້ງນີ້, ຄະນະຄູ-ອາຈານ ແລະ ນັກສຶກສາ ໄດ້ເຂົ້າຢ້ຽມຊົມໂຄງການໄຟຟ້າຫົງສາ ຢູ່ທີ່ອາຄານຫົງຄຳ ໄຊຍາຄານ ໂດຍການຕ້ອນຮັບຂອງຝ່າຍປະຊາສຳພັນ ເພື່ອຮັບຟັງການບັນຍາຍຂໍ້ມູນດ້ານຕ່າງໆ ໃນການດຳເນີນງານຂອງໂຄງການ, ຢ້ຽມຊົມເຮືອນເອກະລັກຂອງເຜົ່າລື້ ຢູ່ບ້ານວຽງແກ້ວ ໂດຍມີຄະນະບ້ານພ້ອມດ້ວຍຜູ້ຊົງຄຸນວຸດທິເຂົ້າຮ່ວມໃຫ້ການຕ້ອນຮັບ ນອກນັ້ນ, ຍັງໄດ້ໄປຢ້ຽມຊົມກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ ຢູ່ບ້ານນາແກ່ນຄຳ. ໃນໂອກາດນີ້, ຄະນະນຳຂອງເມືອງ ຍັງໄດ້ສ້າງຂະບວນການກິລາບານເຕະ ເພື່ອເສີມສ້າງໄມຕີຈິດມິດຕະພາບຮ່ວມກັບຄະນະນັກສຶກສາທິດສະດີການເມືອງ-ການປົກຄອງ ຂັ້ນກາງ ຮຸ່ນທີ III ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຕື່ມອີກ. ຂ່າວ-ພາບ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ