ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງພັນ 103 ເປີດອົບຮົມ-ຫັດແອບ ວ່າດ້ວຍ 7 ລະບອບ 18 ວຽກ ແລະ ວຽກງານກຽມພ້ອມສູ້ຮົບ ໄລຍະສັ້ນ ປະຈໍາປີ 2025
ເວລາອອກຂ່າວ: 2025-06-23 10:03:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 747 | ຄວາມນິຍົມ:



ວັນທີ 19 ມິຖຸນາ 2025 ນີ້, ກອງພັນ 103 ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດພິທີ ເປີດອົບຮົມ-ຫັດແອບ ວ່າດ້ວຍ 7 ລະບອບ 18 ວຽກໃນມື້ໜຶ່ງ ຂອງກອງທັບປະຊາຊົນລາວ ແລະ ວຽກງານກຽມພ້ອມສູ້ຮົບ ໄລຍະສັ້ນ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ, ມີບັນດາຄະນະຫ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ສະຫາຍ ພັນໂທ ສີເມືອງ ດວງຄຳຜຸຍ ຫົວໜ້າການເມືອງ ກອງພັນ 103, ມີບັນດາຄະນະພັກ-ຄະນະບັນຊາ ກອງຮ້ອຍ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເປີດອົບຮົມໄລຍະສັ້ນປັບປຸງລະບຽບແບບແຜນ, ຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ວຽກງານກຽມພ້ອມສູ້ຮົບ ຂອງກອງພັນ 103, ໂດຍອີງຕາມ ຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໃຫ້ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບ, ອີງຕາມ ຄວາມເອກະພາບ ຂອງຄະນະພັກ ກອງບັນຊາການທະການແຂວງເຊກອງ ຄັ້ງວັນທີ 19 ມີນາ 2025 ວ່າດ້ວຍການປັບປຸງລະບຽບແບບແຜນ ຂອງກົມກອງໃຫ້ມີຄວາມເຂັ້ມແຂງ. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານແຜນການອົບຮົມ-ຫັດແອບ ຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ວຽກງານກຽມພ້ອມສູ້ຮົບ ຂອງກອງພັນ 103. ການອົບຮົມ-ຫັດແອບຄັ້ງນີ້ ຈຸດປະສົງເພື່ອປັບປຸງທາງດ້ານລະບຽບແບບແຜນ ແລະ ວຽກງານກຽມພ້ອມສູ້ຮົບໃນກົມກອງຂອງຕົນໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ ແລະ ເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ມີຄວາມຮູ້ ຄວາມສາມາດ, ພ້ອມກັນຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງຕໍ່ເນື່ອງລຽນຕິດ ແລະ ເຝິກຝົນຫຼໍ່ຫຼອມກຳລັງກາຍໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້ທາງດ້ານວິຊາສະເພາະ, ມີຄວາມຮູ້ທາງດ້ານລະບຽບວິໄນຂອງກອງທັບປະຊາຊົນລາວ. ເນື້ອໃນການອົບຮົມມີຄື: ອົບຮົມຂໍ້ກຳນົດ 7 ລະບອບ 18 ວຽກ, ອົບຮົມການເຄົາລົບລາຍງານ, ອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ອົບຮົມ-ຫັດແອບການມ້ຽນມັດເຄື່ອງຂອງໃຫ້ເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາຂອງກົມກອງ ເຊິ່ງຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈຶ່ງຈະສຳເລັດ. ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະບັນຊາ, ຄູເຝິກ ຕະຫຼອດຮອດສຳມາກອນທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບວິໄນຢ່າງເຂັ້ມງວດ,ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດໃຫ້ຖືກຕ້ອງຕາມໂມງເວລາ ເພື່ອເຮັດໃຫ້ການສຶກສາອົບຮົມ-ຫັດແອບ ມີປະສິດທິຜົນສູງ ແລະ ມີຄວາມປອດໄພ 100% ທັງນີ້, ເພື່ອນຳເອົາບົດຮຽນໃນຄັ້ງນີ້ ໄປຜັນຂະຫຍາຍໃນກົມກອງໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ, ນຳພາພັດທະນາກົມກອງຂອງຕົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ມິຕິ ທ່ອນມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ