
ກອງບັນຊາການທະຫານເມືອງເຊໂປນ ກັບ ກອງບັນຊາການທະຫານເມືອງເຮືອງຮວາ ເປີດກອງປະຊຸມພົບປະວຽກງານປ້ອງກັນຊາດ
ເວລາອອກຂ່າວ: 2025-06-23 09:22:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:
ໃນວັນທີ 11 ມິຖຸນາ 2025 ນີ້, ຢູ່ທີ່ກອງບັນຊາການທະຫານເມືອງເຮືອງຮວາ ແຂວງກວາງຈິ ສສ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025 ເຂົ້າຮ່ວມມີ ສະຫາຍ ພັນໂທ ໂຕ ງອກ ຕວນ ຫົວໜ້າການທະຫານກອງບັນຊາການທະຫານເມືອງເຮືອງຮວາ ແຂວງກວາງຈິ, ມີ ສະຫາຍ ພັນໂທ ຄຳແພງ ກອນທິສັກ ຫົວໜ້າການທະຫານກອງບັນຊາການທະຫານເມືອງເຊໂປນ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍ ໄດ້ ຜັດປ່ຽນກັນສະຫຼຸບຕີລາຄາໝາກ ຜົນຂອງການຮ່ວມມືວຽກງານປ້ອງກັນຊາດໃນໄລຍະ 6 ເດືອນ ຜ່ານມາທີ່ມີຜົນສຳເລັດຕາມລະ ດັບຄາດໝາຍທີ່ວາງໄວ້ ຍ້ອນທັງສອງຝ່າຍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ເອົາໃຈໃສ່ໃນການປົກປັກຮັກສາເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບນ້ຳໃຈຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານທີ່ໝັ້ນຄົງທະນົງແກ່ນຕະຫຼອດມາ. ຈາກນັ້ນ, ທັງສອງຝ່າຍຍັງໄດ້ວາງທິດທາງແຜນການແກ້ໄຂບັນຫາທີ່ຍັງຄ້າງຄາໃນຕໍ່ໜ້າໃຫ້ໄດ້ຮັບ ປະສິດທິຜົນ ທັງນີ້ກໍເພື່ອເປັນການ ຈັດຕັ້ງປະຕິບັດວຽກງານປ້ອງ ກັນຊາດຕາມຊາຍແດນໃຫ້ມີ ຄວາມສະຫງົບຍູ້ແຮງການພັດທະ ນາເສດຖະກິດ-ສັງຄົມ ຂອງເມືອງເຊໂປນ ແລະ ເມືອງເຮືອງຮວາໃຫ້ນັບມື້ມີການພັດທະນາດີຂຶ້ນ; ໂອກາດນີ້ທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກໃນ ການພົບປະພົວພັນຮ່ວມມືໃນຕໍ່ ໜ້າພ້ອມທັງມອບຂອງຂັວນ ແລະ ອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດເປີດກອງປະຊຸມພົບປະວຽກງານປ້ອງກັນຊາດໃນຄັ້ງນີ້ ກອງບັນຊາການທະຫານເມືອງເຮືອງຮວາ ແຂວງກວາງຈິ ສສ ຫວຽດນາມ ຍັງໄດ້ມອບເຄື່ອງສຽງຮັບໃຊ້ພິທີການ ຈຳນວນ 1 ຊຸດມູນຄ່າ 15.000.000 ດົງ(ສະກຸນເງິນຫວຽດນາມ) ໃຫ້ ກອງບັນຊາການທະຫານເມືອງ ເຊໂປນ ແຂວງສະຫວັນນະເຂດ ຕື່ມອີກ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ