ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ສະພາ​ແຫ່ງ​ຊາດ ​ສະເໜີ​ໃຫ້​ລັດຖະບານ ເອົາໃຈໃສ່​ຫຼາຍ​ບັນຫາ ພັດທະນາ​ພະລັງງານ​ໄຟຟ້າ
ເວລາອອກຂ່າວ: 2025-06-18 08:50:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ວັນ​ທີ 16 ມິຖຸນາ 2025 ນີ້, ທ່ານ ສົມ​ມາດ ພົນ​ເສນາ ຮອງ​ປະທານ​ສະພາ​ແຫ່ງ​ຊາດ(​ສພຊ) ໄດ້​ຖະແຫຼງ​ຜົນ​ການ​ພິຈາລະນາ ການຈັດຕັ້ງ​ປະຕິບັດ​ນະໂຍບາຍ, ນິຕິ​ກຳ, ກົນ​ໄກ​ການ​ພັດທະນາ​ພະລັງງານ​ໄຟຟ້າ​ທີ່​ສະເໜີ​ໂດຍ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໃນ​ກອງ​ປະຊຸມ​ສະໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ, ເຊິ່ງ​ຜ່ານ​ການ​ຄົ້ນຄວ້າ-ພິຈາລະນາ ກອງ​ປະຊຸມ​ໄດ້​ສະເໜີ​ລັດຖະບານ ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ຫຼາຍ​ບັນຫາ​ສຳຄັນ ເພື່ອ​ພັດທະນາ​ພະລັງງານ​ໄຟຟ້າໃນ​ລາວ ໃຫ້​ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ໄປ​ເລື້ອຍໆ. ທ່ານ ສົມ​ມາດ ພົນ​ເສນາ ໄດ້​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສະໄໝ​ສາມັນ​ ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX ໃນ​ວັນ​ທີ 12 ມິຖຸນາ 2025 ທີ່​ຜ່ານ​ມາ, ກອງ​ປະຊຸມ​ໄດ້​ຄົ້ນຄວ້າພິຈາລະນາ​ບົດ​ລາຍ​ງານ​ ຂອງ​ລັດຖະບານ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ ນິຕິ​ກຳ, ກົນ​ໄກ​ໃນ​ການ​ພັດທະນາ​ພະລັງງານ​ໄຟຟ້າ. ຜ່ານ​ການ​ຄົ້ນຄວ້າ-ພິຈາລະນາ ກອງ​ປະຊຸມ​ໄດ້​ສະເໜີ​ໃຫ້​ລັດຖະບານ ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ບາງ​ບັນຫາ​ເພີ່ມ​ເຕີມ ເປັນຕົ້ນການ​ພັດທະນາ​ພະລັງງານ​ໄຟຟ້າ ຕ້ອງ​ປະ ຕິບັດ​ຈິດໃຈ​ການ​ສ້າງ​ເສດຖະກິດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ສຸມ​ໃສ່​ຮັບປະກັນ​ການ​ສະໜອງ​ໄຟຟ້າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະເທດ​ຊາດ, ຫຼຸດຜ່ອນ​ການ​ນຳ​ເຂົ້າ​ໄຟຟ້າ ໂດຍ​ການ​ປັບປຸງ​ລະບົບ​ພະລັງງານ​ໄຟຟ້າ​ໃຫ້​ມີ​ຄວາມ​ໝັ້ນຄົງ, ພິຈາລະນາ​ການ​ຜະລິດ​ພະລັງງານ​ໄຟຟ້າ​ປະເພດ​ອື່ນ​ເຊັ່ນ: ພະລັງງານ​ຄວາມ​ຮ້ອນ, ພະລັງງານ​ໄຟຟ້າ​ແສງ​ຕາເວັນ ແລະ ການ​ຜະລິດ​ໄຟຟ້າ ພະລັງງານ​ລົມ ແລະ ພະລັງງານ​ປະເພດ​ອື່ນ, ຮັບປະກັນ​ໃຫ້​ຜູ້​ຊົມໃຊ້​ສາມາດ​ນຳ​ໃຊ້​ໄຟຟ້າທີ່​ລາຄາ​ເໝາະ​ສົມ ແລະ ເປັນ​ທຳ; ລົງທຶນ​ເຂົ້າ​ໃນ​ການ​ສ້າງ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ ແຕ່​ເໜືອ​ຮອດ​ໃຕ້ ໃຫ້​ສາມາດ​ຮອງ​ຮັບ​ເອົາ​ກະແສ​ໄຟ​ຈາກ​ເຂື່ອນ​ຕ່າງໆ ເພື່ອ​ສົ່ງ​ອອກ ແລະ ຊົມໃຊ້​ພາຍ​ໃນ ແລະ ໃຫ້​ພິຈາລະນາ​ລວມ​ເອົາ​ສາຍ​ສົ່ງ​ໄຟຟ້າ​ໄປ​ຕ່າງປະເທດ​ເຂົ້າ​ໃນ​ລະບົບ​ດັ່ງກ່າວ, ບໍ່​ຄວນ​ອະນຸຍາດ​ໃຫ້​ບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ສາຍ​ສົ່ງ​ໄຟຟ້າ​ເປັນ​ຂອງ​ຕົນ​ເອງ, ພ້ອມ​ທັງ​ຄົ້ນຄວ້າ​ສ້າງ​ນິຕິ​ກຳ​ຄຸ້ມ​ຄອງ​ວຽກ​ງານ​ດັ່ງກ່າວ​ໃຫ້​ສຳເລັດ; ປະຕິບັດ​ກົດໝາຍ ແລະ ນິຕິ​ກຳ​ໃຕ້​ກົດໝາຍ ໂດຍ​ສະເພາະ​ກົດໝາຍ​ ວ່າ​ດ້ວຍ ໄຟຟ້າ​ໃຫ້​ຊັດ​ເຈນ, ຮັດກຸມ ພ້ອມ​ກັບ​ການ​ປະ​ເມີນ​ຄືນ, ສ້າງ ແລະ ປັບປຸງ​ກົດໝາຍ​ດັ່ງກ່າວ​ໃຫ້​ແທດເໝາະ ແລະ ສອດຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງຄົມ ໃນ​ແຕ່​ລະ​ໄລຍະ​ໂດຍ​ກຳນົດ​ບັນຈຸ​ເອົາ​ພະລັງງານ​ຄວາມ​ຮ້ອນ, ພະລັງງານ​ທົດ​ແທນ ເຊັ່ນ: ພະລັງງານ​ລົມ, ພະລັງງານ​ແສງ​ຕາເວັນ​ເຂົ້າ​ໃນ​ກົດໝາຍ​ດັ່ງກ່າວ; ຄຸ້ມ​ຄອງ​ຕິດຕາມ​ກວດກາ ແລະ ປະ​ເມີນ​ຜົນ​ການຈັດຕັ້ງ​ປະຕິບັດ​ສັນຍາ​ສຳ​ປະທານ ແລະ ເອກະສານ​ຊ້ອນ​ທ້າຍ ໂຄງການ​ທີ່​ພົວພັນ​ກັບ​ການ​ປະຕິບັດ​ພັນທະ​ດ້ານ​ການ​ເງິນ, ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ, ການ​ປູກ​ປ່າ​ທົດ​ແທນ, ການ ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ເພື່ອ​ຮັບປະກັນ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ກວ່​​າ​ເກົ່າ; ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢ່າງ​ຈະແຈ້ງ ຕາມ​ທິດ​ສາມ​ສ້າງ ຄື: ກະຊວງ, ອົງການ​ຂັ້ນ​ສູນ​ກາງ ດຳເນີນ​ໜ້າທີ່​ມະຫາ​ພາກ ມອບ​ຄວາມ​ຮັບຜິດຊອບ​ໃນ​ການຈັດຕັ້ງ​ປະຕິບັດ, ຕິດຕາມ​ກວດກາ​ໃຫ້​ອົງການ​ປົກຄອງ​ທ້ອງຖິ່ນ​ປັບປຸງ​ກົນ​ໄກ ແລະ ສ້າງ​ເງື່ອນໄຂ​ໃຫ້​ຂະແໜງການ​ອື່ນ​ທີ່​ກ່ຽວຂ້ອງ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ ກໍ​ຄື ປະຊາຊົນ​ໄດ້​ເຂົ້າ​ຮ່ວມ ແລະ ມີ​ສ່ວນ​ຮ່ວມ​ແຕ່​ຫົວທີ​ໃນ​ການ​ສຶກ​ສາ​ຄົ້ນຄວ້າ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເສດຖະກິດ​ເຕັກນິກ, ການ​ເກັບ​ກຳ​ຂໍ້​ມູນ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ ລວມ​ທັງ​ການ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຮ່າງ​ສັນຍາ​ສຳ​ປະທານ​ໂຄງການ. ພ້ອມ​ນີ້, ໃຫ້​ພິຈາລະນາ​ຄົ້ນ​ຄວ້າ​ປັບປຸງ​ໂຄງ​ສ້າງ​ລາຄາ​ໄຟຟ້າ ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ກໍ​ຄື ການ​ດຳເນີນ​ທຸ ລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະ​ກິດ ຄຽງ​ຄູ່​ກັບ​ການ​ປັບປຸງ​ລາຄາ​ໄຟຟ້າ ກໍ​ຕ້ອງ​ປັບປຸງ​ການ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ໃຫ້​ເຂັ້ມ​ງວດ, ໂປ່ງ​ໃສ, ເປັນ​ມື​ອາຊີບ; ມີ​ແຜນການ​ພັດທະນາ​ຊັບພະຍາກອນ​ມະນຸດ ໃນ​ຂະແໜງການ​ໄຟຟ້າ ໃຫ້​ມີ​ສິນ​ທຳ​ປະຕິວັດ, ມີ​ຈັນ​ຍາ​ບັນ, ເປັນ​ມື​ອາຊີບ ເພື່ອ​ກຽມພ້ອມ​ຮອງ​ຮັບ​ໃນ​ການ​ຄຸ້ມ​ຄອງ ແລະ ບໍລິຫານ​ຈັດການ​ບັນຫາ​ໂຄງການ​ພັດທະນາ​ພະລັງງານ​ໄຟຟ້າ ທີ່​ຈະ​ໄດ້​ຮັບ​ຫຼັງ​ຈາກ​ສິ້ນ​ສຸດ​ສັນຍາ​ສຳ​ປະທານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ