ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ກອງ​ພົນ​ທີ 2 ຈັດ​ພິທີ​ປູກ​ຕົ້ນໄມ້
ເວລາອອກຂ່າວ: 2025-06-02 10:47:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2805 | ຄວາມນິຍົມ:



ໃນ​ວັນ​ທີ 30 ພຶດສະພາ 2025 ນີ້, ກອງ​ພົນ​ທີ 2 ໄດ້​ຈັດ​ພິທີ​ປູກ​ຕົ້ນໄມ້​ຢູ່​ທີ່​ໜ້າ​ຫ້ອງການ​ຂອງ​ກອງ​ພົນ, ໂດຍ​ມີ ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ຫົວໜ້າ​ການ​ທະຫານ​ ກອງ​ພົນ​ທີ 2 ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ, ກົມ​ກອງ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ.    ສະຫາຍ ພັນ​ໂທ ຄຳ​ພັດ ປະ​ພັດ​ສິນ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ​ ກອງ​ພົນ​ທີ 2 ໄດ້​ກ່າວ​ວ່າ​ຕະຫຼອດ​ໄລຍະ​ຜ່ານ​ມາ ພັກ ແລະ ລັດຖະບານ ​ສປປ ລາວ ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຄຸນ​ປະ ໂຫຍດ​ຢ່າງ​ຫຼວງຫຼາຍ​ຂອງ​ປ່າໄມ້ ທີ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ພັກ ແລະ ລັດຖະບານ ​ສປ​ປລາວ ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 1 ມີ​ຖຸ​ນາ ຂອງ​ທຸກໆ​ປີ ເຊິ່ງ​ກົງ​ກັບ​ວັນເດັກນ້ອຍ​ສາກົນ ເປັນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ເພື່ອ​ປູກ​ຕົ້ນໄມ້​ໃຫ້​ເປັນ​ປ່າ ແນ່​ໃສ​ເຮັດ​ໃຫ້​ເນື້ອທີ່​ປ່າ​ຂຽວ​ສົດ​ງົດ​ງາມ ທັງ​ເປັນ​ການ​ປູກ​ຈິດ​ສຳ​ນືກ ໃຫ້​ທຸກ​ຄົນຮູ້​ຈັກ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ​ໃຫ້​ມີ​ຄວາມ​ອຸດົມສົມບູນ ເປັນຕົ້ນ​ແມ່ນ​ພູຜາ​ປ່າດົງ​ໃຫ້​ຄົງ​ຢູ່​ກັບ ​ສປປ ລາວ ກໍ​ຄື​ປະຊາຊົນ​ລາວ ແລະ ລູກ​ຫຼານ​ລາວ​ຕະຫຼອດ​ໄປ ເຊິ່ງ​ໃນ​ນັ້ນ​ກອງ​ພົນ​ທີ 2 ກໍ​ໄດ້​ຈັດ​ຕັ້ງ​ພິທີ​ປູກ​ຕົ້ນໄມ້ ໂດຍ​ຈັດ​ຕັ້ງ​ປູກ​ໃສ່ ຂອບ​ເຂດ​ອົງການ, ກົມ​ກອງ ທີ່​ເຫັນ​ວ່າ​ມີ​ເງື່ອນໄຂ ແລະ ຄວາມ​ເໝາະ​ສົມ ເພື່ອ​ເປັນ​ການ​ປະກອບສ່ວນ​ໃນ​ການ​ສ້າງ​ຄວາມ​ສົມ​ດູນ​ໃຫ້​ແກ່​ທຳ​ມະ​ຊາດ, ສຳລັບ​ຕົ້ນໄມ້​ທີ່​ນຳ​ມາ​ປູກ​ໃນ​ຄັ້ງນີ້​້ ມີ​ຈຳນວນ​ທັງ​ໝົດ 500 ຕົ້ນ ປະກອບ​ມີ: ຕົ້ນ​ໝາກ​ລີນ​ຈີ່, ຕົ້ນ​ໝາກ​ເງາະ, ຕົ້ນ​ໝາກຂຽບ ແລະ ຕົ້ນໄມ້​ໄພ່ ອີກ​ຈຳນວນ​ໜຶ່ງ. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ