ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ພິທີ​ ມອບ-ຮັບ ​ນັກຮຽນ​ກໍ່ສ້າງ​ມະຫາວິທະຍາໄລ​ການ​ທະຫານ​ ສຳເລັດ​ລົງ​ເຝິກ​ຫັດ ຢູ່​ກອງ​ພົນ​ທີ 1
ເວລາອອກຂ່າວ: 2025-06-02 10:46:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2766 | ຄວາມນິຍົມ:



ໃນ​ວັນ​ທີ 29 ພຶດສະພາ 2025 ນີ້, ກອງ​ພົນ​ທີ 1 ໄດ້​ຈັດ​ພິທີ ມອບ-ຮັບ ນັກຮຽນ ກໍ່ສ້າງ​ມະຫາວິທະຍາໄລ​ການ​ທະຫານ ປີ​ທີ 4 ຊຸດ​ທີ 20 ທີ່​ສຳເລັດ​ການ​ລົງ​ເຝິກ​ຫັດ​ຢູ່​ກອງ​ພົນ​ທີ, 1 ໂດຍ​ການ​ເຂົ້າຮ່ວມຂອງ ​ສະຫາຍ ພັນ​ເອກ ບຸນ​ແຖວ ແກ້ວ​ດວງ​ດີ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ​ກອງ​ພົນ​ທີ 1, ມີ​ສະຫາຍ ພັນ​ເອກ ຄຳ​ສຸກ ອິນ​ທະ​ພອນ ຫົວໜ້າ​ການ​ທະຫານ ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ມີ​ບັນດາ​ອົງການ 5 ຫ້ອງ, ຄະນະ​ວິຊາ​ຄູ, ພະແນກການ, ຜູ້ຕາງໜ້າ​ບັນດາ​ກົມ​ກອງ​ພ້ອມ​ດ້ວຍ​ນັກຮຽນ​ທີ່​ລົງ​ຝຶກ​ຫັດ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ຈັນ ເຍ່ຍ​ຕູ້ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ​ກອງ​ພົນ​ທີ 1 ໄດ້​ຜ່ານ​ການຈັດຕັ້ງ​ການ​ລົງ​ເຝິກ​ຫັດ​ຂອງ​ນັກຮຽນ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ: ນັກຮຽນ​ແຕ່​ລະ​ສະຫາຍ​ມີ​ຄວາມ​ສາມັກຄີ, ມີ​ແນວ​ຄິດ​ຫຼັກ​ໝັ້ນ, ເຊື່ອ​ໝັ້ນ​ຕໍ່​ແນວທາງ​ ນະໂຍບາຍ​ຂອງ​ພັກ-ລັດ, ມີ​ຄວາມ​ອົດທົນ, ມີ​ຄວາມ​ຫ້າວຫັນ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ, ມີ​ຄວາມ​ເອົາໃຈໃສ່​ກຳ​ແໜ້ນແນວ​ທາງ​ດ້ານ​ຫຼັກການ ແລະ ການ​ປະຕິບັດ​ຕົວ​ຈິງ, ສາມາດ​ບັນລຸ​ໄດ້​ຕາມ​ລະດັບ​ຄາດຫມາຍ​ທີ່​ວາງ​ໄວ້ ເຊິ່ງ​ນັກຮຽນ​ທີ່​ລົງ​ເຝິກ​ຫັດ​ມີ​ທັງ​ໝົດ​ຈຳນວນ 211 ສະຫາຍ ໃນ​ນັ້ນ, ໄດ້​ຈັດ​ຕັ້ງ​ປະກອບ​ໃຫ້ ບັນດາ​ກອງພັນ​ນ້ອຍ, ກອງຮ້ອຍ​ອ້ອມ​ຂ້າງ​ກອງ​ພົນ, ກອງພັນ​ໃຫຍ່ 102, ບັນດາ​ເຫຼົ່າ​ຮົບ​ທະຫານ​ຮາບ, ເຫຼົ່າ​ຮົບ​ການເມືອງ, ເຫຼົ່າ​ຮົບ​ວິຊາ​ສະເພາະ. ຜ່ານ​ການ​ລົງ​ເຝິກ​ຫັດ​ສາມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ໃນ​ການ​ປະຕິບັດ​ໜ້າທີ່​ແຕ່​ລະ​ດ້ານ​ຄື: ດ້ານ​ແບບແຜນ​ວິທີ​ນຳພາ-ບັນຊາ ບັນລຸ​ໄດ້ 85%, ດ້ານ​ຄວາມ​ຮູ້, ຄວາມ​ສາມາດ​ວິຊາ​ສະເພາະ ບັນລຸ​ໄດ້ 90%, ດ້ານ​ການ​ສ້າງ​ແຜນການ, ບົດ​ສະຫຼຸບ ແລະ ບັນດາ​ເອກະສານ​ນິຕິ​ກຳ​ຕ່າງໆ ບັນລຸ​ໄດ້ 80%, ດ້ານ​ການ​ປະຕິບັດ​ລະບຽບ​ແບບແຜນ ບັນລຸ​ໄດ້ 85%, ສະເລ່ຍ​ຜົນ​ໄດ້​ຮັບ ລວມ​ທັງ​ໝົດ ບັນລຸ​ໄດ້ 85%. ຈາກ​ນັ້ນ​ ກໍໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ ກຳລັງ​ນັກ​ສຶກ​ສາ​ຂອງ​ຂອງ​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ​ທີ່​ສຳເລັດ​ການ​ລົງ​ເຝິກ​ຫັດ​ ຢູ່​ ກອງ​ພົນ​ທີ 1 ປະຈຳ​ສົກ​ປີ 2024-2025. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ