
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1
ເວລາອອກຂ່າວ: 2025-05-30 10:43:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5401 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ສາຍເພັດ ຈັນທະວົງ ຮອງຫົວໜ້າກົມກໍ່ສ້າງພະນັກງານ ຄະນະຈັດຕັ້ງສູນກາງພັກ, ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການ, ບັນດາສະຫາຍຈາກໜ່ວຍງານກະຊວງປ້ອງກັນປະເທດ,ຄະນະພັກໂຮງໝໍບໍລິເວນ 107, ໂຮງງານປະສານເຫຼົ່າ, ສານທະຫານພາກເໝືອ, ໄອຍະການທະຫານພາກເໝືອ ແລະ ຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ຂຶ້ນຜ່ານມາດ ຖານເງື່ອນໄຂຜູ້ທີ່ຈະສະໜັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດ-ສິນທຳປະຕິວັດ, ມີຄວາມສັດຊື່ບໍລິສຸດ ແລະ ມີນໍ້າເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ, ມີແບບແຜນດຳ ລົງຊີວິດປອດໃສຂາວສະອາດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ ໃນການນຳພາ, ຕ້ອງມີຄວາມຮູ້, ຄວາມສາມາດ, ລະດັບວິຊາສະເພາະທີ່ແນ່ນອນ, ກຳແໜ້ນທິດສະດີມາກ-ເລນິນ,ຮູ້ເຮັດວຽກພັກ-ພະນັກງານ, ມີແບບແຜນວິທີ່ເຮັດວຽກທີ່ຖືກຕ້ອງ ຕາມຫຼັກການລວມສູນປະຊາທິປະໄຕ ແລະ ເປັນຜູ້ທີ່ມີສຸຂະພາບທີແຂງແຮງດີ ສາມາດເຮັດວຽກງານທີ່ ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການໃຊ້ສິດປະຊາທິປະໄຕ, ຄົ້ນຄວ້າໃຈ້ແຍກໃຫ້ລະອຽດ ຖືເອົາມາດຖານເງື່ອນໄຂທີ່ກຳນົດໄວ້ໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ. ຈາກນັ້ນພະນັກງານສະມາຊິກພັກກໍ່ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໄດ້ສໍາເລັດຕາມແຜນການ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ