ຍາມໃດ ທະຫານ ກໍຍອມເສຍສະຫຼະຄວາມສຸກສ່ວນຕົວເພື່ອຜົນປະໂຫຍດລວມຂອງຊາດ
ເວລາອອກຂ່າວ: 2025-05-20 09:08:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3317 | ຄວາມນິຍົມ: ![]()
ເມື່ອເວົ້າເຖິງ ອາຊີບທະຫານ ຫຼາຍຄົນອາດຈະຄິດວ່າ ສະໜຸກສຸກສະບາຍ ເພາະຄິດວ່າ ສະໄໝນີ້ບໍ່ມີສົງຄາມແລ້ວ ພຽງແຕ່ເຮັດວຽກຢູ່ຕາມກົມກອງ ແລະ ຜັດປ່ຽນກັນປ້ອງກັນເວນຍາມເທົ່ານັ້ນ, ແຕ່ທ່ານຮູ້ບໍ່ວ່າ ມີກຳລັງທະຫານຈຳນວນບໍ່ໜ້ອຍ ຕ້ອງສະໝັກໃຈຈາກຄອບຄົວ, ຄົນຮັກ ເພື່ອໄປເຮັດໜ້າທີ່ຢູ່ເຂດທຸ
ລະກັນດານ ຫ່າງໄກສອກຫຼີກ, ມີບາງມື້ຕ້ອງຮຳຝົນ, ຕາກແດດ, ບາງຄືນກໍບໍ່ໄດ້ນອນ ເຮັດວຽກທັງເວັນ ແລະ ຄືນ ເພື່ອຕິດຕາມ, ປ້ອງກັນ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ການຄ້າຂາຍເຖື່ອນ, ການລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ອື່ນໆ ທີ່ເປັນປໍລະປັກຕໍ່ປະເທດຊາດ.
ໂດຍລວມແລ້ວ ປະເທດຊາດຂອງພວກເຮົາ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ດ້ານເສດຖະກິດ ມີການຂະຫຍາຍຕົວ. ຢ່າງໃດກໍຕາມ ກຳລັງປ້ອງກັນຊາດຍາມໃດ ກໍຕັ້ງໜ້າເຮັດໜ້າທີ່ກຽມພ້ອມສູ້ຮົບ ຕິດພັນກັບການກໍ່ສ້າງກຳລັງ ແລະ ສ້າງພະລາທິການ ໄປພ້ອມກັບການປະຕິບັດພາລະກິດ ປົກປັກຮັກສາປະເທດຊາດ ແມ່ນໜຶ່ງໃນສອງໜ້າທີ່ຍຸດທະສາດສຳຄັນ ຂອງປະເທດພວກເຮົາ.
ພັກປະຊາຊົນປະຕິວັດລາວ ໄດ້ນຳພາ-ຊີ້ນຳໂດຍກົງ, ເດັດຂາດ ແລະ ຮອບດ້ານ ຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບັນຫາທີ່ເປັນໃຈກາງຕົ້ນຕໍແມ່ນເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ- ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດສັດຊື່ ຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ຂອງກຳລັງປະກອບອາວຸດປະຊາຊົນລາວຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າອົບຮົມ-ຫັດແອບ ສິລະປະຍຸດ, ຍຸດທະວິທີ ໃຫ້ມີຄວາມຊຳນານ ຕິດພັນກັບການຍົກລະດັບຄວາມສາມາດບັນຊາສູ້ຮົບ ທີ່ມີແບບແຜນທັນສະໄໝເປັນກ້າວໆ ໃນນີ້, ໄດ້ສ້າງກຳ
ລັງຫຼວງໃຫ້ເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ, ມີກຳລັງແຮງ ແລະ ຄວາມສາມາດສູ້ຮົບມີໄຊໃນທຸກສະຖານະການ; ສ້າງກຳລັງທ້ອງຖິ່ນໃຫ້ເປັນຫົວໜ່ວຍສູ້ຮົບເຂັ້ມ
ແຂງ ນອນຢູ່ໃນຍຸດທະສາດຂອງທ້ອງຖິ່ນ, ມີກຳລັງແຮງ ແລະ ມີຄວາມສາມາດປົກປັກຮັກສາທ້ອງຖິ່ນຂອງຕົນ; ສ້າງກຳລັງກອງຫຼອນ-ກຳລັງປ້ອງກັນຄວາມສະຫງົບບ້ານໃຫ້ມີຄວາມໜັກແໜ້ນ, ມີຄວາມສາມາດເຮັດໜ້າທີ່ເຄື່ອນໄຫວຮັກສາຄວາມສະຫງົບ, ຕອບຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງໄດ້ຈັດຕັ້ງປະຕິບັດຢ່າງຈິງຈັງ ໃນຊຸມປີຜ່ານມາ, ໄດ້ມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນ ທຳລາຍແຫຼ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍ ໄດ້ເປັນຈຳນວນຫຼວງຫຼາຍ.
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ເມື່ອບໍ່ດົນຜ່ານມານີ້, ກຳລັງທະຫານທ້ອງຖິ່ນ ເມືອງປາກທາ ແຂວງບໍ່ແກ້ວ ກອງທັບປະຊາຊົນລາວ ໄດ້ປະທະກັບກຸ່ມຄົນບໍ່ດີ ກໍຄື ພວກຄ້າຂາຍຢາເສບຕິດ ຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງກຳລັງທະຫານທ້ອງຖິ່ນ ເມືອງປາກທາ ແຂວງບໍ່ແກ້ວ ກໍໄດ້ຕໍ່ສູ້ຢ່າງພິລະອາດຫານ ຈົນສາມາດຄວບຄຸມສະຖານະການໄວ້ໄດ້.ຈາກກໍລະນີທີ່ເກີດຂຶ້ນ ໄດ້ເຮັດໃຫ້ກຳ
ລັງຝ່າຍເຮົາ ເສຍຊີວິດ ແລະ ບາດເຈັບຈຳນວນໜຶ່ງ. ນີ້ໄດ້ພິສູດ ແລະ ສະແດງໃຫ້ເຖິງນ້ຳໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ ສົມແລ້ວທີ່ເປັນທະຫານກ້າ, ເປັນທະຫານຂອງປະຊາຊົນ, ທະຫານທຸກສະຫາຍ ເມື່ອກ້າວເຂົ້າມາເປັນກຳລັງ ນັບແຕ່ວິນາທີນັ້ນເປັນຕົ້ນມາ ທະຫານພ້ອມທີ່ຈະອຸທິດຕົນເພື່ອປະເທດຊາດ ເຖິງຕົວຈະສະຫຼະຊີວິດ ແຕ່ຄຸນງາມຄວາມດີ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ຂອງກອງທັບ ແລະ ຂອງຊາດລາວ ຕະຫຼອດໄປ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















