ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງພັນ​ທີ 22 ທະຫານ​ແຂວງ​ຈຳປາ​ສັກ ຖືກ​ຮັບຮອງ​ເປັນ​ກົມ​ກອງ ວັດທະນະທຳ ສະໄໝ​ທີ I
ເວລາອອກຂ່າວ: 2025-05-20 09:01:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1925 | ຄວາມນິຍົມ:



ພິທີ​ປະກາດ​ຮັບຮອງ​ເອົາ​ກອງພັນ​ທີ 22 ທີ່​ຂຶ້ນ​ກັບ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຈຳປາສັກ ເປັນ​ກົມ​ກອງ​ວັດທະນະທຳ-ນັກ ຮົບ ວັດທະນະທຳ ສະໄໝ​ທີ I ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພູ​ເວີນ ສູນ​ນິ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ ບັນຊາອົງການ 5 ຫ້ອງ, ພະແນກ ການ, ແຂກ​ທີ່​ຖືກ​ເຊີນ ຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພູ ຈະເລີນ ສຸກ ຫົວໜ້າ​ການເມືອງ ກອງພັນ ທີ 22 ໄດ້​ຜ່ານ​ບົດ​ລາຍ​ງານ​ຜົນ ສຳເລັດ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ວັດທະນະທຳ-ນັກຮົບ ວັດທະນະທຳ ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ສະພາບ​ລະບົບການ ຈັດຕັ້ງ​ພາຍ​ໃນ​ກົມ​ກອງ​ມີ​ຄວາມ​ເຂັ້ມແຂງ, ຄ້າຍ​ຄູ​ມີ​ຄວາມ​ສະ ອາດ​ຈົບງາມ, ພາຍ​ໃນ​ກົມ​ກອງ​ມີ​ຄວາມ​ສະຫງົບ​ປອດ​ໄພ, ຂະ​ບວນ​ການ​ເພີ່ມ​ພູນ​ຜະລິດຜົນ​ພາຍ​ໃນ​ກົມ​ກອງ ໄດ້​ມີ​ການ​ຂະຫຍາຍຕົວ​ຟົດຟື້ນ​ແຂງແຮງ, ພະນັກງານ-ນັກຮົບ ແຕ່​ລະ​ສະຫາຍໄດ້​ມີ​ຄວາມ​ບຸກ​ບືນ​ຫ້າວຫັນ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່​ການ​ນຳພາ​ຂອງ​ພັກ, ເປັນ​ເຈົ້າ​ການ​ປະຕິ ບັດ​ບັນດາ​ລະບຽບ​ການ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື ຂອງ​ກົມ​ກອງວາງ​ອອກ​ຢ່າງ ເຂັ້ມ​ງວດ; ຜ່ານ​ການຈັດຕັ້ງ​ປະ ຕິບັດ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ ສາມາດ​ປະ​ເມີນ​ຜົນນັກຮົບ​ວັດທະນະທຳ​ໄດ້ 95,5% ແລະ ປະ​ເມີນ​ຜົນ​ກົມ​ກອງ​ວັດທະນະທຳ ໄດ້ 95,9%; ຈາກ​ນັ້ນ, ສະຫາຍ ພັນ​ໂທ ຄຳ​ໃໝ່ ພິມ​ມະ​ສານ ຮອງ​ຫົວໜ້າ​ຫອ້ງ​ການເມືອງ ກອງບັນ ຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຜ່ານ​ຂໍ້​ຕົກລົງຂອງກົມໂຄ ສະນາ​ອົບຮົມ ກົມ​ໃຫຍ່​ການ ເມືອງກອງທັບ ວ່າ​ດ້ວຍການອະ ນຸມັດ​ໃຫ້​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຈຳປາ​ສັກ​ຮັບຮອງ​ ເອົາ​ກອງພັນ​ທີ 22 ເປັນ​ກົມ​ກອງ ​ວັດທະນະທຳ-ນັກຮົບ​ວັດທະນະ ທຳຂັ້ນ​ຕົ້ນ ສະໄໝ​ທີ I ປະຈຳ​ປີ 2024 ແລະ ສະຫາຍ ພັນເອກ ພູ​ເວີນ ສູນ​ນິ​ວົງ ກໍ​ໄດ້​ມອບ​ໃບ ຢັ້ງຢືນກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ໃຫ້​ກອງພັນ​ທີ 22 ຢ່າງ​ສົມ​ກຽດ. ສະຫາຍ ພັນ​ເອກ ພູ​ເວີນ ສູນ​ນິ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ທີ 22 ຈົ່ງ​ສືບຕໍ່​ເອົາໃຈໃສ່​ເພີ່ມ​ທະວີ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ, ມີ​ແບບແຜນ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ ສະອາດ, ພ້ອມ​ກັນປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້ມີ​ລະບຽບ​ແບບແຜນ​ເຂັ້ມແຂງ ແລະ ທັນ​ສະໄໝ. ໂດຍ: ບຸນ​ທຳ ຮູບ​ແກ້ວ ພາບ: ນ. ສົມ​ພອນ ແກ້ວ​ມະນີ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ