ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ປະກາດ​ການ​ແຕ່ງຕັ້ງ​ໜ້າທີ່​ຂັ້ນ​ກອງຮ້ອຍ
ເວລາອອກຂ່າວ: 2025-05-20 08:59:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1771 | ຄວາມນິຍົມ:



ໃນ​ວັນ​ທີ 13 ພຶດສະພາ 2025, ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໄດ້​ປະກາດ​ການ​ແຕ່ງຕັ້ງ​ສັບ​ຊ້ອນ​ໜ້າທີ່​ໃໝ່ ຂັ້ນ​ກອງຮ້ອຍ, ໂດຍ​ການ​ເປັນປະ ທານ​ຂອງ ສະຫາຍ ພັນ​ໂທ ລາດ​ ສະວົງ ແກ້ວ​ດາ​ສິນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການທະຫານ​ແຂວງ​ເຊ​ກອງ, ມີ​ສະຫາຍ ພັນ​ຕີ ແສງ​ດາ​ວອນ ປັນຍາ​ກອນ ຮອງ​ຫົວໜ້າພະ ແນກ​ພະນັກງານ, ຄະນະ​ພັກ-ຄະ ນະ​ບັນຊາກອງຮ້ອຍ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ແສງ​ດາ​ວອນ ປັນຍາ​ກອນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ສັບ​ຊ້ອນ​ໜ້າທີ່​ຂັ້ນ​ກອງ ຮ້ອຍ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໜ້າທີ່​ການເມືອງຂອງ ​ພັກ-ລັດ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ, ອີງ​ຕາມ​ກອງ​ປະຊຸມ​ຄະນະ​ພັກ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ເຊ​ກອງ ຕົກລົງ​ແຕ່ງ ຕັ້ງ​ສັບ​ຊ້ອນ​ໜ້າທີ່​ໃຫ້ ສະຫາຍ ຮ້ອຍ​ໂທ ແສງ​ຈອນ ຈັນທະ​ພອນ ຈາກ​ຜູ້​ເຮັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ​ກອງຮ້ອຍ ຂຶ້ນ​ເປັນ​ຮອງ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ 104 ແລະ ຜ່ານ​ຂໍ້​ຕົກລົງ ຫ້ອງ​ການເມືອງ ວ່າ​ດ້ວຍ​ການ​ຖອນ​ພະ ນັກງານ​ໄປ​ຮັບ​ໜ້າທີ່​ໃໝ່ ຕົກລົງ​ຖອນ ສະຫາຍ ພັນ​ຕີ ວົງ​ຄຳ ຫວິນ​ນະ​ສັກ ຈາກຮອງ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ 104 ມາ​ປະ ຈຳການ ຢູ່ ກອງຮ້ອຍ 105. ສະຫາຍ ພັນ​ໂທ ລາດ​ສະ​ວົງ ແກ້ວ​ດາ​ສິນ ໄດ້​ເນັ້ນ​ໜັກ​ກ່ຽວ ​ກັບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ສະ ຫງົບ​ໂດຍ​ຟື້ນ​ຖານ, ພ້ອມ​ກັນ​ສຶກ​ ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນ, ຍົກ​ສູງ​ພາລະ​ບົດບາດ​ສິດ-ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ມີ​ສະຕິ​ລະວັງ​ຕົວ​ຕໍ່​ການ​ຫັນປ່ຽນ​ໂດຍ​ສັນຕິ, ເລ່ຫຼ່ຽມ​ກົນອຸບາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ, ເຊື່ອ​ໝັ້ນ​ຕໍ່​ການ ນຳພາ-ຊີ້​ນຳ ຂອງ​ພັກ-ລັດ, ຈັດ​ຕັ້ງ​ປະຕິບັດ​ລະບຽບ​ວິ​ໄນ​ຂອງ​ກອງທັບ ກໍ​ຄື ຂອງ​ກົມ​ກອງ​ວາງ​ອອກ​ໃຫ້​ມີ​ລະບຽບ​ແບບແຜນ​ໃນ​ການ​ເຮັດ​ວຽກ, ເຮັດ​ວຽກ​ເປັນ​ໝູ່​ຄະນະ ແລະ ເຮັດ​ວຽກ​ແບບລວມ​ສູນ​ປະຊາທິປະໄຕ, ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ ແລະ ກວ້າງຂວາງ ຄຽງ​ຄູ່​ກັບ​ການ​ສ້າງສາ​ພັນທະ​ນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ຈະເລີນ​ຮຸ່ງເຮືອງ. ໂດຍ: ມິ​ຕິ ທ່ອນ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ