ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ ມອບ​ເຄື່ອງ​ຊຸກຍູ້​ໃຫ້ ກອງພັນ​ໃຫຍ່ 302
ເວລາອອກຂ່າວ: 2025-05-20 08:57:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1052 | ຄວາມນິຍົມ:



ໃນ​ວັນ​ທີ 13 ພຶດສະພາ 2025, ກອງ​ບັນຊາ​ການ​ທະຫານ​ເມືອງ​ຜາ​ອຸດ​​ົມ ແຂວງ​ບໍ່​ແກ້ວ ໄດ້​ມອບ​ເຄື່ອງ​ຊຸກຍູ້​ໃຫ້ພະນັກງານ-ນັກຮົບ ຢູ່ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ພາກສ່ວນ​ທີ່​ໄປ​ປະ ຕິບັດ​ໜ້າທີ່​ປະຈຳ​ຢູ່ແຕ່​ລະປ້ອມ​ ເຂດ​ທຸລະກັນດານ​ຫ່າງ​ໄກ​ຊອກ​ຫຼີກ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ, ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ໂທ ພອນ​ສະ ຫວັນ ຈິດ​ອຳໄພ ຫົວໜ້າ​ການ ເມືອງ​ກອງ​​ບັນ​ຊາ​ການ​ທະຫານ​ເມ​​ືືອງ​ຜາ​ອຸດ​​ົມ ແຂວງ​ບໍ່​ແກ້ວ ພ້ອມ​ດ້ວຍ​ຄະນະ ແລະ ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ຄຳ​ອ້ວນ ວຽງ​ສະຫວັນ ​ຫົວ​ໜ້າ​ການເມືອງ ກອງພັນ​ໃຫຍ່ 302 ພ້ອມ​ດ້ວຍ​ຄະນະ. ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງນີ້ ເປັນ​ປະເພດ​ເຄື່ອງ​ອຸປະໂພກ-ບໍ ລິໂພກ ປະກອບ​ມີ ນໍ້າ​ດື່ມ 2 ແພັກ, ໝີ່​ສຳເລັດ​ຮູບ 7 ແກັດ, ປາກະປ໋ອງ 4 ແພັກ ລວມ​ມູນ​ຄ່າ​ທັງ​ໝົດ 700.000 ກວ່າ​ກີບ ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ພະນັກງານ-ນັກຮົບທີ່​ພວມ​ປະຕິບັດ​ໜ້າທີ່​ປະຈຳ​ຢູ່​ແຕ່​ລະ​ປ້ອມ ທີ່​ກອງພັນ​ໃຫຍ່ 302 ​ຮັບ​ຜິດ​ຊອບຢູ່​ໃນ​ເມືອງ​ຜາ​ອຸດົມ ແຂວງ​ບໍ່​ແກ້ວ. ສະຫາຍ ພັນ​ໂທ ຄຳ​ອ້ວນ ວຽງ​ສະຫວັນ ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງກອງ​ບັນຊາ​ການ​ທະຫານ​ເມືອງ​ຜາ​ອຸດ​​ົມ ແຂວງ​ບໍ່​ແກ້ວ ທີ່​ໄດ້​ນຳ​ເອົາ​ວັດຖຸ​ປັດໄຈ​ມາ​ມອບ​ໃນ​ຄັ້ງ​ນີ້, ເຊິ່ງ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ກຳລັງ​ປະກອບ​ອາວຸດ ກໍ​ຄື ພະນັກງານ-ນັກຮົບ ກອງພັນ​ໃຫຍ່ 302 ທີ່​ເປັນ​ຮົ້ວ​ຂອງ​ຊາດ​ປົກ​ປັກ​ຮັກສາ​ພື້ນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ມີ​ນໍ້າໃຈ​ເສຍສະຫຼະ​ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ, ເພື່ອ​ປະຊາຊົນ​ບັນດາເຜົ່າ; ພ້ອມ​ທັງ ໄດ້​ອວຍພອນ​ໄຊ​ອັນ​ປະເສີດໃຫ້ ຄະນະ​ທີມ​ງານ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ພາ​ສຸກ​ໃນ​ຊີ ວິດ​ສ່ວນ​ຕົວ ແລະ ຄອບຄົວ, ມີ​​ຜົນ​ສຳເລັດ​ໃນ​ໜ້າທີ່​ວຽກ​ງານ​​ອັນ​ມີ​ກຽດ​ສະຫງ່າ, ພ້ອມ​ກັນ​ສືບຕໍ່​ຮັກສາ​ມູນເຊື້ອ​ຄວາມ​ສາມັກຄີ​ໃຫ້​ເປັນ​ປືກ​ແຜນ​ແໜ້ນໜາ. ໂດຍ: ພອນ​ແກ້ວ ວິ​ໄລ​​ສັກ ພາບ: ໄຊ​ຄຳ ສຸ​ຍະ​ອິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ