ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ເຜີຍແຜ່, ເຊື່ອມ​ຊຶມ​ວຽກ​ງານ​ການເມືອງ-ແນວ​ຄິດ ສຳລັບ​ພະນັກງານ​ສະມາຊິກ​ພັກ ເພື່ອ​ດຳເນີນ​ຊີວິດ​ການເມືອງ​ໃນ​ທົ່ວ​ພັກ
ເວລາອອກຂ່າວ: 2025-05-20 08:52:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1071 | ຄວາມນິຍົມ:



ວັນ​ທີ 15 ພຶດສະພາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ວຽກ​ງານ​ການເມືອງ-​ແນວ​ຄິດ​ສຳລັບ​ພະນັກງານ​ສະ ມາຊິກ​ພັກ ເພື່ອ​ດຳເນີນ​ຊີວິດ​ການເມືອງ​ໃນ​ທົ່ວ​ພັກ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ​ປອ ໄຊ​ນະຄອນ ອິນ​ທະ​ວົງ ຮອງ​ເລຂາ​ພັກ​ແຂວງ, ຮອງ​ເຈົ້າແຂວງ ແຂວງ​ຜົ້ງ​ສາລີ, ຜູ້​ຊີ້​ນຳ​ວຽກ​ງານ​ພັກ-ພະນັກງານ, ຮອງ​ປະທານ ​ປກຊ-​ປກສ ແຂວງ, ມີ ສະຫາຍ ພັນ​ເອກ ວິໄລ ແພງ​ສົມ​ເຮືອງ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ຄະນະ​ປະຈຳ​ພັກ-ຄະນະ​ພັກ​ ກອງ​ບັນຊາ​ການ​ທະຫານ​ແຂວງ, ພະນັກງານ​ວິຊາການ​ຂັ້ນ​ແຂວງ, ພະນັກງານ​ສະມາຊິກ​ພັກ​ສົມບູນ-ສຳຮອງ​ອົງການ 5 ຫ້ອງ ແລະ ກົມ​ກອງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ. ສະຫາຍ ນາງ ພອນ​ສະຫວັນ ສັກ​ຕິ​ຄຸນ ຫົວໜ້າ​ຄະນະ​ໂຄສະນາ​ອົມ​ຮົມ​ແຂວງ ໄດ້​ເຜີຍແຜ່​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ຄັ້ງ​ທີ 10 ສະໄໝ​ທີ XI ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຈຸດ​ສຸມ​ທີ່​ວາງ​ໄວ້​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ ແລະ ປະກົດ​ຜົນ​ເປັນ​ຈິງ, ເປັນຕົ້ນ​ແມ່ນ​ການ​ຕີ​ລາຄາ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ​ຄັ້ງ​ທີ 9 ຂອງ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ ປະຈຳ​ປີ 2024 ແລະ ທິດ​ທາງ 2025 ຕິດ​ພັນ​ກັບ​ການ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ແກ້​ໄຂ​ເສດຖະກິດ​ການ​ເງິນ, ສະເພາະ​ວຽກ​ງານ ​ປກຊ-​ປກສ ຈະ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້ມີີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ມູນເຊື້ອ​ຂອງ​ພັກ, ຂອງ​ກອງທັບ, ຕໍ່​ລະບອບ​ໃໝ່, ກໍ່ສ້າງ ແລະ ປັບປຸງ​ສອງ​ກຳລັງໃຫ້​ມີ​ຄວາມ​ປອດ​ໃສ ໜັກ​ແໜ້ນ ເຂັ້ມແຂງ, ມີ​ລະບຽບ​ວິໄນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ມີ​ຄວາມ ​ເຂັ້ມແຂງ​ດ້ານ​ວິຊາ​ສະເພາະ, ຕິດ​ພັນ​ກັບ​ວາລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະກັດ​ກັ້ນ​ບັນຫາ​ຢາ​ເສບ​ຕິດ, ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ເພື່ອ​ມິດ​ຍຸດ ​ທະ​ສາດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ຮັກສາ​ຄວາມ​ສະຫງົບ​ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບ​​ຽບ​ຮຽບ​ຮ້ອຍ. ໃນ​ກອງ​ປະຊຸມ ສະຫາຍ ​ປອ ໄຊ​ນະຄອນ ອິນ​ທະ​ວົງ ປະທານ​ກອງ​ປະຊຸມ ໄດ້​ເຜີຍແຜ່​ມະຕິ​ ວ່າ​ດ້ວຍ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ລວມ, ເຫດຜົນ ແລະ ຄວາມ​ຈຳເປັນ​ຂອງ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ, ເອກະສານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ 3 ບົດ​ຄື: ຮ່ຳຮຽນ​ເອົາ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ຄຸນສົມ ບັດ​ສິນ​ທຳ​ປະຕິວັດ​ຂອງ​ ປະທານ ໄກສອນ ພົມວິຫານ, ເຝິກ​ຝົນ​ຫຼໍ່​ຫຼອມ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ພະນັກງານ, ສະມາຊິກ​ພັກ​ໃນ​ ເງື່ອນໄຂ​ປັດຈຸບັນ ແລະ ມາດຕະຖານ​ຂອງ​ພະນັກງານ​ສະມາຊິກ​ພັກ​ໃນ​ເງື່ອນໄຂ​ໃໝ່. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ