ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ​ ປະກາດ​ການຈັດຕັ້ງ​ຄະນະ​ບັນຊາ ​ກອງຮ້ອຍ​ທະຫານ​ຊາຍ​ແດນ 245
ເວລາອອກຂ່າວ: 2025-05-20 08:49:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1185 | ຄວາມນິຍົມ:



ໃນ​ວັນ​ທີ 13 ພຶດສະພາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້ ປະກາດ​ການຈັດຕັ້ງ​ຮອງ​ຫົວໜ້າ​ການເມືອງ ​ກອງຮ້ອຍ​ທະຫານ​ຊາຍ​ແດນ 245, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ລິດ ສີ​ສຸ​ພອນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກິ​ແກ້ວ ວິໄລ​ຈິດ ຫົວໜ້າ​ພະ​ແນກ​ພະນັກງານ ໄດ້​ຜ່ານ​ຂໍ້​ຕົກລົງ​ ຂອງ​ກອງບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ແຕ່ງ ຕັ້ງ​ມອບ​ໝາຍ​ໜ້າທີ່, ເຊິ່ງ​ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ພາກ​ທີ II, ໝວດ​ທີ 4 ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ທິດ​ທາງ​ກ່ຽວ​ກັບ​ການ​ບູລະນະ​ກົງຈັກ​ການຈັດຕັ້ງ ນຳພາ-ບັນຊາ ໃນ​ກຳລັງ​ປະກອບ​ອາວຸດ ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດ​ຊາດ, ອີງ​ຕາມ​ການ​ຄົ້ນຄວ້າ​ເຫັນ​ດີ ຂອງ​ກອງ​ປະຊຸມ​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ຕົກລົງ​ຖອນ ສະຫາຍ ພັນ​ຕີ ສຸ​ກັນ ປັນຍາ​ຄົມ ຈາກ​ກອງຮ້ອຍ​ທະຫານ​ຊາຍ​ແດນ 245 ໄປ​ຮັບ​ໜ້າ​ທີ່ ໃໝ່​ ຢູ່ກອງພັນ​ທະຫານ​ຮາບ 512 , ພ້ອມ​ກັນ​ນັ້ນ ໄດ້​ແຕ່ງຕັ້ງ ສະຫາຍ ພັນ​ຕີ ພອນ​ໄຊ ແສງ​ດາລາ ເປັນຮອງ​ຫົວໜ້າ​ການເມືອງ​ ກອງຮ້ອຍ​ທະຫານ​ຊາຍ​ແດນ 245. ໃນ​ໂອກາດ​ນີ້, ປະທານ​ກອງ​ປະຊຸມ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ໃນ​ຄັ້ງ​ນີ້​, ຈົ່ງ​ຍົກ​ສູງ​ພາລະ​ບົດບາດ​ການນຳພາ-ຊີ້​ນຳ ຂອງ​ຕົນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະ​ແມ່ນ​ການຈັດຕັ້ງ​ປະຕິບັດ​ຕໍ່ໜ້າ​ທີ່​ວຽກ​ງານ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-​ນຳພາ​ແນວ​ຄິດ​ໃຫ້​ເຂັ້ມແຂງ, ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ການ​ຊອກ​ຮູ້​ຮ່ຳຮຽນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ເປັນ​ກ້າວໆ, ມີ​ຄວາມ​ ສາມັກຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ, ປັບປຸງ​ແບບແຜນ​ການ​ນຳພາ​ເຮັດ​ວຽກ​ລວມ​ສູນ​ປະຊາທິປະໄຕ​ເປັນ​ໝູ່​ຄະນະ, ແບ່ງ​ໃຫ້​ບຸກຄົນ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ພັກ-ລັດ ກໍຄື​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ