ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ນ້ອມສົ່ງ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ສູ່ສະຫວັນຄາໄລ
ເວລາອອກຂ່າວ: 2025-05-19 15:27:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2180 | ຄວາມນິຍົມ:



ໃນວັນທີ 17 ພຶດສະພາ 2025 ນີ້, ຢູ່ເດີ່ນພະທາດຫຼວງວຽງຈັນ ໄດ້ພິທີທາງສາສະໜາ ຕາມຮີດຄອງປະເພນີ ນ້ອມສົ່ງ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສູ່ສະຫວັນຄາໄລ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີ ພະເຖລານຸເຖລະ, ພະອາຈານໃຫຍ່ ຈາກວັດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ, ອະດີດການນຳ ພັກ-ລັດ ຕະຫຼອດຮອດພຸດທະສາສະນິກະຊົນລາວ ບັນດາເຜົ່າ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໂອກາດນີ້, ໄດ້ມີການກ່າວສະດຸດີ ເຖິງປະຫວັດການເຄື່ອນໄຫວ ແລະ ຜົນງານຕ່າງໆ ຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ທີ່ໄດ້ລະສັງຂານ ລວມສີຣິອາຍຸ 92 ປີ, ວັດສາຍຸການ 72 ພັນ ເຊິ່ງພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ເປັນຜູ້ທີ່ມີນໍ້າໃຈຮັກຊາດແຕ່ອາຍຸຍັງເຍົາໄວ, ເພິ່ນໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິວັດຕໍ່ສູ້ກູ້ຊາດ ຕັ້ງແຕ່ອາຍຸພຽງ 12 ປີ, ເພິ່ນໄດ້ເຮັດໜ້າທີ່ເປັນຜູ້ລຳລຽງຂົນສົ່ງສະບຽງອາຫານ ແລະ ສົ່ງຈົດໝາຍໃຫ້ກຳລັງປະຕິວັດ. ພາຍຫຼັງທີ່ເພິ່ນບວດເປັນພະພິກຂຸ ຍ້ອນເຫັນໄດ້ຄວາມໂຫດຮ້າຍປ່າເຖື່ອນ, ການກົດຂີ່ຂົ່ມເຫັງ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກແຫຼ້ງຕີນມື ທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ, ດ້ວຍຄວາມສະດຸ້ງໄວ, ດ້ວຍນໍ້າໃຈຮັກຊາດ, ຮັກຄວາມເປັນທໍາ ເພິ່ນຈຶ່ງເປັນຕົວແທນໃຫ້ແກ່ພະສົງອົງອື່ນໆ ສືບຕໍ່ເຄື່ອນໄຫວແບບປິດລັບ, ໃຫ້ການຊ່ວຍເຫຼືອນັກປະຕິວັດ, ຂົນຂວາຍພະສົງ-ສາມະເນນ ໃຫ້ເຫັນແຈ້ງຕໍ່ແນວທາງຕໍ່ສູ້ກູ້ຊາດ ກໍຄື ແນວທາງສັນຕິພາບເປັນກາງ ຂອງແນວລາວຮັກຊາດ. ພະອາຈານໃຫຍ່ ຍາມໃດກໍຢຶດໝັ້ນຕໍ່ຄໍາຂວັນຂອງອົງການພຸດທະສາສະໜາສຳພັນລາວ ທີ່ວ່າ: ປະເທດຊາດ ກັບພະພຸດທະສາສະໜາ, ພະສົງ-ສາມະເນນ ກັບປະຊາຊົນລາວ, ແນວທາງນະໂຍບາຍຂອງພັກ ກັບຫຼັກທໍາຄໍາສອນທາງພຸດທະສາສະໜາ ບໍ່ສາມາດທີ່ຈະຕັດແຍກອອກຈາກກັນໄດ້, ທິດທາງກ້າວເດີນ ແລະ ເປົ້າໝາຍປາຍທາງ ຂອງປະເທດຊາດທີ່ພັກ ວາງໄວ້ຄືແນວໃດນັ້ນ ອົງການພຸດທະສາສະໜາ ກໍວາງເປົ້າໝາຍ ແລະ ເດີນຕາມເສັ້ນທາງນັ້ນຢ່າງບໍ່ຫວັນໄຫວຄອນແຄນ. ພະອາຈານໃຫຍ່ ມີຄະຕິເຕືອນໃຈໃຫ້ແກ່ລູກສິດ ແລະ ສາສະນິກະຊົນມາໂດຍຕະຫຼອດນັ້ນ ກໍຄື ໃຫ້ປະພຶດ ແລະ ປະຕິບັດ 5 ຮັກ ຄື: "ຮັກຕົນເອງ, ຮັກພໍ່ແມ່, ຮັກຄູບາອາຈານ, ຮັກບ້ານເກີດເມືອງນອນ ແລະ ຮັກປະເທດຊາດ”. ໃນຕະຫຼອດ 7 ທົດສະວັດກວ່າທີ່ຜ່ານມາ, ນັບແຕ່ບວດເປັນພະພິກຂຸ ທີ່ວັດສີດາຈັນ ບ້ານດອນໄຊ ເມືອງສຸຂຸມມາ ຈົນຮອດໄລຍະທີ່ເພິ່ນດຳລົງຕຳແໜ່ງເປັນປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ ອົງທີ 6, ເຊິ່ງລວມອາຍຸໄດ້ 92 ປີ ແລະ 72 ພັນສານັ້ນ, ພະອາຈານໃຫຍ່ ໄດ້ຮ່ວມກັບຄະນະສົງລາວອົງອື່ນໆ ອຸທິດໝົດຊີວິດຂອງຕົນ ເພື່ອເສີມສ້າງຄຸນນະທຳຂອງພຸດທະສາສະໜາ ແລະ ເສີມສ້າງຄວາມສາມັກຄີປອງດອງ ຂອງປະຊາຊົນລາວບັນດາເຜົ່າ ແລະ ບັນດາສາສະໜາ ໃນ ສປປ ລາວ ແລະ ຕ່າງປະເທດ, ໃນໄລຍະດຳລົງຕຳແໜ່ງເປັນປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ພະອາຈານໃຫຍ່ໄດ້ຮ່ວມກັບໝູ່ຄະນະ ນໍາພາວຽກງານ ຂອງອົງການສົງລາວມີຫຼາຍອັນທີ່ພົ້ນເດັ່ນ ໄດ້ນຳພາປັບປຸງທຳມະນູນ ການປົກຄອງສົງລາວ ສະບັບ II ໃຫ້ແທດເໝາະກັບສະພາບແວດລ້ອມການເມືອງ ແລະ ສັງຄົມລາວ ໄລຍະໃໝ່; ຄຽງຄູ່ກັບການປັບປຸງວຽກງານ ຂອງອົງການພຸດທະສາສະໜາສໍາພັນລາວແລ້ວ, ເພິ່ນຍັງໄດ້ເສີມສ້າງສາຍພົວພັນລະຫວ່າງອົງການພຸດລາວ ກັບອົງການພຸດໃນພາກພື້ນ ແລະ ສາກົນ ເປັນຕົ້ນ ກັບພຸດຫວຽດນາມ, ກຳປູເຈຍ, ໄທ, ສປ ຈີນ, ມຽນມາ, ຍີ່ປຸ່ນ ແລະ ພິເສດໄດ້ພະຍາຍາມຟື້ນຟູວັດລາວ ຢູ່ອິນເດຍ ແລະ ອື່ນໆ. ການລະສັງຂານ ຂອງພະອາຈານໃຫຍ່ ແມ່ນການສູນເສຍພະມະຫາເຖຣະອົງໜຶ່ງ ຂອງປະເທດຊາດ ແລະ ຂອງອົງການພຸດທະສາສະໜາລາວ, ເປັນການສູນເສຍອັນໃຫຍ່ຫຼວງ ເຊິ່ງໄດ້ນໍາເອົາຄວາມໂສກເສົ້າ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ, ການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າພະອາຈານໃຫຍ່ ໄດ້ລະສັງຂານຈາກພວກເຮົາໄປຢ່າງບໍ່ມີວັນຫວນກັບຄືນມາກໍຕາມ, ແຕ່ຜົນງານ, ຄຸນງາມຄວາມດີ, ຄໍາສັ່ງສອນ ແລະ ແບບຢ່າງໃນການປະພຶດປະຕິບັດ ຂອງພະອາຈານໃຫຍ່ ຍັງຝັງເລິກຢູ່ໃນຫົວໃຈຫຼາຍດວງ ຂອງພະສົງສາມະເນນ, ພຸດທະສາສະນິກະຊົນລາວບັນດາເຜົ່າ ຕະຫຼອດໄປ. ຜົນງານ ແລະ ຄຸນງາມຄວາມດີອັນປະເສີດ ຂອງພະອາຈານໃຫຍ່ ຈະຖືກຈາລຶກໄວ້ໃນປະຫວັດສາດຂອງຊາດ ແລະ ຂອງອົງການພຸດທະສາສະໜາຕໍ່ໆ ໄປ. ໂດຍ: ໄຊສະຫວາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ