ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ຫົວໜ້າການເມືອງ ວຕກ ພົບປະໂອລົມ ນັກສຶກສາທີ່ຈະສຳເລັດການສຶກສາ ສົກຮຽນ 2024-2025
ເວລາອອກຂ່າວ: 2025-05-19 14:42:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2496 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2025 ນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ພົບປະໂອ້ລົມ ນັກສຶກສາທີ່ຈະສຳເລັດການສຶກສາ ໃນສົກຮຽນ 2024-2025, ມີບັນດາຜູ້ຕາງໜ້າ 6 ຫ້ອງ, 6 ຄະນະວິຊາ, ບັນດາຄູ-ອາຈານຕະຫຼອດຮອດນັກສຶກສາທີ່ຈະສຳເລັດການສຶກສາ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍນັກສຶກສາທີ່ຈະສໍາເລັດການສຶກສາໃນຄັ້ງນີ້ ເຊິ່ງຕະຫຼອດໄລຍະຜ່ານມາ, ໄດ້ອົດທົນຜ່ານຜ່າອຸປະສັກ, ຄົ້ນຄວ້າຮ່ຳຮຽນຈົນຮອດສົກສຶກສາສຸດທ້າຍ ພາຍຫຼັງຈົບການສຶກສາຈາກສະຖາບັນແຫ່ງນີ້ແລ້ວ ແຕ່ລະສະຫາຍຈະກັບຄືນສູ່ກົມກອງ ພ້ອມທັງ, ຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງນຳໃຊ້ຄວາມຮູ້-ປະສົບການຈາກການຮ່ຳຮຽນນຳຄູ-ອາຈານໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃນກົມກອງໃຫ້ເກີດດອກອອກຜົນສູງສຸດ, ກາຍເປັນວິຊາການເຫຼົ່າຮົບເຕັກນິກສືບທອດຂອງກອງທັບ ແຕ່ກ່ອນອື່ນໝົດ ຕ້ອງສຸມໃສ່ການສອບເສັງຈົບຊັ້ນລະດັບຊາດນີ້ໃຫ້ໄດ້ຄະແນນດີ, ໄດ້ຕາມມາດຕະຖານ. ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ບັນດາຄູ-ອາຈານທີ່ເຮັດໜ້າທີ່ເປັນອະນຸກຳມະການ ຕ້ອງໄດ້ເອົາໃຈໃສ່ທາງດ້ານເວລາ ແລະ ຮັກສາລະບຽບ ຂອງການສອບເສັງຢ່າງເຄັ່ງຄັດ ເພື່ອເຮັດບັ້ນສອບເສັງຄັ້ງນີ້ ດໍາເນີນໄປຢ່າງປອດໃສຂາວສະອາດ ແລະ ສຳເລັດຕາມຄາດໝາຍ. ໂດຍ: ກຸແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ