
ຄະນະປະຕິບັດງານພິເສດແຂວງວຽງຈັນ ເຂົ້າຮ່ວມພິທີຈັດສົ່ງຮ່າງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ແຂວງຊຽງຂວາງ
ເວລາອອກຂ່າວ: 2025-05-19 12:39:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1658 | ຄວາມນິຍົມ:
ວັນທີ 17 ພຶດສະພາ 2025 ນີ້, ຄະນະປະຕິບັດງານພິເສດແຂວງວຽງຈັນ ເຊິ່ງນຳໂດຍ ສະຫາຍ ສັນຕິພາບ ນິລະເກດ ຫົວໜ້າພະແນກການຕ່າງປະເທດ ພ້ອມດ້ວຍບັນດາຄະນະຮັບຜິດຊອບ ຈາກກອງບັນຊາການທະຫານແຂວງວຽງຈັນ ໄດ້ເຂົ້າຮ່ວມພິທີໄວ້ອາໄລ ແລະ ຈັດສົ່ງຮ່າງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ທີ່ແຂວງຊຽງຂວາງ ໂດຍມີ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຮອງຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟຸງ ແທັງ ບິງ ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເຫງະອານ ສສ ຫວຽດນາມ, ມີບັນດາຄະນະປະຕິບັດງານພິເສດແຂວງຊຽງຂວາງ, ວຽງຈັນ, ໄຊສົມບູນ ແລະ ແຂວງເຫງະອານ, ກຳລັງ ປກຊ-ປກສ ແຂວງ, ອົງການ, ພະແນກການ, ອຳນາດການປົກຄອງເມືອງແປກ, ສະມາຄົມຊາວຫວຽດນາມ, ພະນັກງານ-ນັກຮົບ ກອງຂຸດຄົ້ນອັດຖິ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດແຂວງຊຽງຂວາງ ຕາງໜ້າການນໍາສາມແຂວງ (ຊຽງຂວາງ-ວຽງຈັນ-ໄຊສົມບູນ) ໄດ້ກ່າວວ່າ: ໂດຍຜັນຂະຫຍາຍເນື້ອໃນກອງປະຊຸມພົບປະ ຂອງຄະນະສະເພາະກິດສອງຝ່າຍ ລາວ-ຫວຽດນາມ 4 ແຂວງ: ຊຽງຂວາງ-ວຽງຈັນ-ໄຊສົມບູນ ສປປ ລາວ ແລະ ແຂວງເຫງະອານ ສສ ຫວຽດນາມ ຄັ້ງວັນທີ 23 ພຶດສະພາ 2024 ທີ່ຈັດຂຶ້ນຢູ່ແຂວງ ເຫງະອານ ສສ ຫວຽດນາມ ດັ່ງນັ້ນ, ທັງ 3 ແຂວງ ໄດ້ສົມທົບກັບກອງຂຸດຄົ້ນອັດຖິແຂວງເຫງະອ່ານ ພ້ອມກັນສືບຕໍ່ເຄື່ອນໄຫວຊອກຄົ້ນ, ຂຸດຄົ້ນຫາອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ພື້ນທີ່ 3 ແຂວງ: ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ໃນລະດູແລ້ງສົກ 2024-2025 ດ້ວຍນໍ້າໃຈຄວາມຮັບຜິດຊອບສູງ ແລະ ດ້ວຍຄວາມຫ້າວຫັນ, ສູ້ຊົນຈັດຕັ້ງປະຕິບັດຄາດໝາຍແຜນການທີ່ໄດ້ວາງອອກ ສາມາດຂຸດຄົ້ນໄດ້ທັງໝົດ 76 ຮ່າງອັດຖິ ໃນນັ້ນ, ແຂວງຊຽງຂວາງ ຂຸດຄົ້ນໄດ້ 66 ຮ່າງອັດຖິ, ແຂວງວຽງຈັນ ຂຸດຄົ້ນໄດ້ 2 ຮ່າງອັດຖິ ແລະ ແຂວງໄຊສົມບູນ ຂຸດຄົ້ນໄດ້ 8 ຮ່າງອັດຖິ.
ຫຼັງຈາກນັ້ນ, ໄດ້ເຂົ້າວາງພວງມາລາ, ຈູດທູບ-ທຽນ ເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມ ຄວາມດີ ຂອງພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໂດຍສະເພາະຢູ່ແຂວງຊຽງຂວາງ, ໄຊສົມບູນ ແລະ ແຂວງວຽງຈັນ ເພື່ອໄວ້ອາໄລເຖິງດວງວິນຍານ ຂອງເຫຼົ່າທະຫານດັ່ງກ່າວ. ສໍາລັບຮ່າງອັດຖິເຫຼົ່ານີ້, ຫຼັງຈາກສຳເລັດພິທີ ຈະໄດ້ມອບສົ່ງໃຫ້ແກ່ການນໍາພັກ-ລັດ, ຄະນະສະເພາະກິດ ແຂວງເຫງະອານ ເພື່ອເຄື່ອນຍ້າຍອັດຖິຈາກ ແຂວງຊຽງຂວາງ ກັບຄືນສູ່ປະເທດຫວຽດນາມ ບ້ານເກີດເມືອງນອນທີ່ແສນຮັກ, ກັບຄືນສູ່ອ້ອມອົກ-ອ້ອມແຂນຜູ້ເປັນພໍ່ແມ່, ລູກເມຍ, ລຸງປ້າ, ອາວອາ, ຍາດຕິພີ່ນ້ອງຂອງພວກເພິ່ນຢ່າງສົມກຽດ.
ໃນຕອນເຊົ້າ ຂອງວັນດຽວກັນ, ຄະນະໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີຮ່ວມສຳພັນສູ້ຮົບນັກຮົບ ລາວ-ຫວຽດນາມ ຕື່ມອີກ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ