
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-05-19 12:35:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1401 | ຄວາມນິຍົມ:
ໃນວັນທີ 16 ພຶດສະພາ 2025 ນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ໄດ້ລາຍງານສະພາບການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານເຕັກນິກໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາ ຫ້ອງເຕັກນິກ ໄດ້ເປັນເຈົ້າການໃນການນຳພາ-ຊີ້ນຳພະນັກງານວິຊາສະເພາະ ຢູ່ກົມກອງຂອງຕົນ ຢ່າງເປັນປົກກະຕິ ບົນພື້ນຖານປະຕິບັດຕາມ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດ ແລະ ນຳໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວັດຖຸເຕັກນິກທີ່ໄດ້ປະກອບໃຫ້ ຖືກຕ້ອງຕາມລະບຽບຫຼັກການ, ຕາມຂໍ້ກຳນົດ ຂອງຂັ້ນເທິງວາງອອກ ເປັນຕົ້ນ ວຽກງານຄຸ້ມຄອງພາຫະນະ ໄດ້ເອົາໃຈໃສ່ຊີ້ນຳພະແນກການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນພະແນກຄຸ້ມຄອງລົດ, ພະແນກສ້ອມແປງ ແລະ ກອງຮ້ອຍສ້ອມແປງປະສົມ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະທີ່ຂັ້ນເທິງປະກອບໃຫ້ຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ຊີ້ນໍານັກຂັບຂີ່ ເອົາໃຈໃສ່ກວດກາພາຫະນະປະຈໍາວັນ, ກວດກາກ່ອນອອກໄປປະຕິບັດໜ້າທີ່ ແລະ ເວລາກັບມາ ແຕ່ກໍລະນີພາຫະນະມີການເປ່ເພ ໄດ້ລາຍງານຂໍທິດຊີ້ນຳຈາກກອງບັນຊາການທະຫານແຂວງ ອະນຸມັດສ້ອມແປງປ່ຽນຖ່າຍອາໄຫຼ່ໄດ້ທັນເວລາ ແນໃສ່ຮັບປະກັນໃຫ້ມີພາຫະນະນຳໃຊ້ໄດ້ເປັນປົກກະຕິ, ໄດ້ສ້າງຂໍ້ກຳນົດ ກ່ຽວກັບວຽກງານຄຸ້ມຄອງນຳໃຊ້, ການບົວລະບັດຜັດເຊັດ ແລະ ສ້ອມແປງ, ປ່ຽນຖ່າຍອາໄຫຼ່ ເພື່ອເປັນບ່ອນອີງໃຫ້ບັນດາກົມກອງຈັດຕັ້ງປະຕິບັດ. ສ່ວນວຽກງານຄຸ້ມຄອງອາວຸດ-ກະສຸນ ຄະນະພັກ-ຄະນະບັນຊາ ຫ້ອງເຕັກນິກ ໄດ້ເປັນເຈົ້າການຊີ້ນຳພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມກຳແໜ້ນສະພາບຈຳນວນອາວຸດ-ຍຸດໂທປະກອນທີ່ໄດ້ປະກອບໃຫ້ບັນດາກົມກອງທົ່ວກອງບັນຊາການທະຫານແຂວງ, ຊີ້ນຳພະນັກງານວິຊາສະເພາະ ສ້າງແຜນງົບປະມານຮັບປະກັນອາວຸດ-ກະສຸນ ແລະ ວັດຖຸເຕັກນິກໃຫ້ກົມກອງຖືກຕ້ອງຕາມລະບຽບຫຼັກການ ພ້ອມທັງ, ສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ, ຊີ້ນຳບັນດາກົມກອງ ແລະ ພະນັກງານວິຊາສະເພາະຍຸດໂທແຕ່ລະກົມກອງເອົາໃຈໃສ່ປະຕິບັດລະບຽບການຄຸ້ມຄອງປົກປັກຮັກສາ, ການບົວລະບັດຜັດເຊັດ, ບຳລຸງຮັກສາ ແລະ ການນຳໃຊ້ອາວຸດ-ຍຸດໂທປະກອນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງຂັ້ນເທິງ ເພື່ອຮັບປະກັນໃນການນຳໃຊ້ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ 100%. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາຄິດເຫັນແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງ, ສະເໜີການປະກອບ ກ່ຽວກັບວຽກງານເຕັກນິກ ທີ່ເປັນຈຳນວນໜຶ່ງ ຕື່ມອີກ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ທີ່ຄະນະພັກ-ຄະນະບັນຊາ, ພະນັກງານວິຊາສະເພາະໃນຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຍົກສູງວຽກງານການຊີ້ນຳບັນດາກົມກອງຢ່າງມີແບບແຜນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ຢຶດໝັ້ນຕາມຫຼັກການລວມສູນປະຊາທິປະໄຕ, ປົກປັກຮັກສາອາວຸດ-ຍຸດໂທປະກອນ ແລະ ພາຫະນະເຕັກນິກ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ຮັບປະກັນໃຫ້ໄດ້ຄຸນນະພາບ ນຳໃຊ້ໄດ້ໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ