
ຮາກຖານມີການພັດທະນາ, ສັງຄົມກໍມີຄວາມສະຫງົບ
ເວລາອອກຂ່າວ: 2025-05-19 09:03:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1630 | ຄວາມນິຍົມ:
ສືບຕໍ່ເສີມຂະຫຍາຍຜົນໄດ້ຮັບຈາກການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ເລກທີ 09/ ກມສພ, ສະບັບລົງວັນທີ 8 ຖຸນາ 2004 ໃນຊຸມປີຜ່ານມາ ແລະ ປັບປຸງເນື້ອໃນຂອງຄຳສັ່ງແນະນຳດັ່ງກ່າວໃຫ້ສອດຄ່ອງກັບເງຶ່ອນໄຂໃໝ່ ຂອງວຽກງານພັດທະນາຊົນນະບົດ, ໂດຍສະເພາະແມ່ນທິດນຳກ່ຽວກັບການ “ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ” ທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກວາງອອກ, ທັງສາມາດບັນລຸຄາດໝາຍສູ້ຊົນກ່ຽວກັບການແກ້ໄຂຄວາມທຸກຍາກຂອງຄອບຄົວໃຫ້ຍັງເຫຼືອບໍ່ເກີນ 10% ແລະ ເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນປີ 2015.
ກົມການເມືອງສູນກາງພັກ ອອກຄຳສັ່ງແນະນຳຄວາມໝາຍ ຂອງການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ການສ້າງກຸ່ມພັດທະນາ; ການສ້າງກຸ່ມບ້ານເປັນຫົວໜ່ວຍພັດທະນາ ໝາຍເຖິງຂະບວນ ວິວັດແຫ່ງການປັບປຸງກໍ່ສ້າງ ຫົວໜ່ວຍພື້ນຖານຂອງລະບອບ ປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ດ້ວຍການດຳເນີນມາດຕະການຍຸດທະ ສາດຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດ ທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂ້ຄວາມທຸກຍາກ ແລະ ປັບ ປຸງຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າຢູ່ຊົນ ນະບົດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ບ້ານກາຍເປັນພື້ນຖານທາງການເມືອງເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໝັ້ນຄົງຍືນຍົງຂອງລະບອບປະຊາທິປະໄຊ ປະຊົນຊົນ, ເພາະສະນັ້ນການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ຈຶ່ງກວມເອົາໝົດກິດຈະກຳພັດ ທະນາດ້ານຕ່າງໆ ທີ່ປະຕິບັດຢູ່ໃນບ້ານເຊັ່ນ: ການກໍ່ສ້າງຮາກຖານການເມືອງ, ການພັດທະ ນາຊົນນະບົດ, ສົ່ງເສີມການຜະ ລິດ ແລະ ການບໍລິການສິນຄ້າ, ການສ້າງບ້ານວັດທະນະທຳ, ການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ອື່ນໆອີກໝາຍຄວາມວ່າທັງໝົດບັນດາກິດຈະກຳຂອງການພັດທະນາບ້ານໂຮມເຂົ້າກັນ ເອີ້ນເປັນຂະບວນການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ເຊິ່ງຜົນໄດ້ຮັບອັນສຸດທ້າຍແມ່ນບ້ານພັດທະນາ. ໃນນີ້, ເວົ້າສະເພາະຢູ່ກອງບັນ ຊາການທະຫານແຂວງຫຼວງພະບາງ ກໍແມ່ນກຳລັງປະກອບອາວຸດທ້ອງຖິ່ນໜຶ່ງທີ່ເປັນເສນາທິການໃຫ້ອົງຄະນະພັກແຂວງຫຼວງພະບາງ ທາງດ້ານວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ. ສະຫາຍ ພັນໂທ ຄຳແພງ ອານຸສຸກ ຫົວໜ້າພະແນກກໍ່ສ້າງຮາກຖານ ຫ້ອງການເມືອງກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ 5 ປີ (2019-2024 ) ແລະ ຜ່ານທິດທາງແຜນການ 5 ປີ (2025-2030) ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍປະຕິບັດຕາມທິດ 3 ສ້າງຂອງກົມການເມືອງສູນກາງພັກ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດພັນກັບ ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ຢູ່ເຂດຈຸດສຸມພັດທະ ນາ, ເຂດທຸລະກັນດານຫ່າງໄກສອກຫຼີກ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນທຳການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຮັກສາຄວາມສະຫງົບຄວາມເປັນລະ ບຽບຮຽບຮ້ອຍ, ນອກນີ້ຍັງໄດ້ຊີ້ນຳຂະແໜງກໍ່ສ້າງຮາກຖານຢູ່ບັນດາກອງບັນຊາການເມືອງ, ກອງປະຕິບັດງານ, ກອງຮ້ອຍທະຫານຊາຍແດນ ໂດຍການນຳເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມູນເຊື້ອຂອງກອງທັບ ມາຈັດຕັ້ງເຜີຍແຜ່, ໂຄສະນາປຸກລະດົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຕ່ໍແນວທາງດັ່ງກ່າວຢ່າງເລິກເຊິ່ງເຖິງຖ່ອງ ໃນໄລຍະຜ່ານມາໄດ້ທັງໝົດ 650 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 16.800 ຄົນ, ສຶກສາອົບຮົມວຽກງານເມືອງ-ແນວຄິດໃຫ້ພະນັກງານວິຊາສະເພາະໄດ້ 72 ຄັ້ງ, ສ້າງພະນັກງານຫຼັກແຫຼ່ງໄດ້ 126 ຄົນ, ສ້າງບ້ານແຮກສ່ຽວໄດ້ 4 ບ້ານ, ປັດ ຈຸບັນທົ່ວແຂວງຫຼວງພະບາງມີຄອບຄົວປ້ອງກັນຊາດເຂັ້ມແຂງ 71.638 ຄອບຄົວ ກວມເອົາ 83,25% ຂອງຄອບຄົວທັງໝົດໃນທົ່ວແຂວງ ແລະ ມີບ້ານປ້ອງກັນຊາດເຂັ້ມແຂງ 633 ບ້ານ ກວມເອົາ 83,61% ຂອງບ້ານທັງໝົດໃນທົ່ວແຂວງ, ຊີ້ນຳກອງບັນຊາການທະຫານເມືອງ ແລະ ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນຂັ້ນບ້ານ ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ກຳລັງກອງຫຼອນບ້ານ 312 ຄັ້ງ, ຊຸກຍູ້ ແລະ ປັບປຸງກອງຫຼອນບ້ານໃຫ້ມີຄວາມເຂັ້ມແຂງໃນການນຳໃຊ້ອາວຸດຍຸດໂທປະກອນຂັ້ນພື້ນຖານຂອງທະຫານຮາບໃຫ້ມີຄວາມຊຳນິຊຳນານ, ຊີ້ນຳກອງຫຼອນບ້ານອອກເຄື່ອນໄຫວລາດຕະເວນປ້ອງກັນເວນຍາມຕາມຂອບເຂດຊາຍແດນບ້ານຕໍ່ບ້ານ ທັງໝົດ 180 ຄັ້ງ ແລະ ວຽກງານສ້າງສາພັດທະນາເສດ ຖະກິດ, ວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນາສຸກ, ຂົ່ນສົ່ງ, ໄຟຟ້າ, ລະບົບນໍ້າໃຊ້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.
ໂດຍ: ວັນໄຊ ໄຊສະຫວັດ.
ຂໍ້ມູນ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ