ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ນຳ​ໃຊ້​ເນື້ອທີ່​ດິນ​ເປົ່າ​ວ່າງ​ຄ້າຍ​ຄູເປັນ​ເຂດ​ສ້າງ​ພະລາທິການ​ກັບ​ທີ່
ເວລາອອກຂ່າວ: 2025-05-19 09:02:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1398 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ການ​ສ້າງ​ພະ ລາທິການ​ກັບ​ທີ່​ແລ້ວ ເປັນ​ເປົ້າ​ໝາຍ​ແຂ່ງຂັນ​ກັນ​ຂອງ​ບັນດາ​ກົມ​ກອງ​ທັງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໃນ​ທົ່ວ​ກອງທັບ ດ້ວຍ​ສາເຫດ​ທີ່​ວ່າ ພະນັກງານ-ນັກຮົບ ໃນ​ກອງທັບ​ປະຊາຊົນ​ລາວ ແມ່ນ​ມີ​ມູນເຊື້ອ​ດຸໝັ່ນ​ໃນ​ການ​ອອກແຮງ​ງານ, ເພີ່ມ​ພູນ​ຜະລິດຜົນ​ມາ​ແຕ່​ດົນ​ນານ​ແລ້ວ. ໃນ​ຊຸມ​ປີຜ່ານມາ​ນີ້, ຫຼາຍ​ກົມ​ກອງ​ໃນ​ທົ່ວ​ກອງທັບ ກໍ​ໄດ້​ຖື​ເອົາ​ທິດ​ນຳ 4 ປູກ 4 ລ້ຽງ ຂອງກົມ ​ໃຫຍ່​ພະລາທິການ​ກອງທັບວາງ ​ອອກ ເປັນ​ບັນທັດຖານ​ໃນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ຂອງ​ພະນັກງານ-ນັກຮົບ​ໃຫ້​ອີ່ມ ໜຳ​ສຳລານ​ຂຶ້ນ​ເທື່ອ​ລະ​ກ້າວ ໂດຍ​ການ​ແຂ່ງຂັນ​ກັນ​ເພີ່ມ​ພູນ​ຜະລິດຜົນ, ຜະລິດ​ສະບຽງ​ອາ ຫານ​ສະໜອງໃຫ້ເຮືອນຄົວ​ລວມ ແລະ ຂາຍ​ອອກ​ສູ່​ທ້ອງ​ຕະຫຼາດໃຫ້​ນັບ​ມື້​ຫຼາຍ​ຂຶ້ນ. ໃນ​ນີ້, ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ພະລາທິການ ວິທະຍາຄານ​ເຕັກນິກ​ການ​ທະຫານ ກໍ​ໄດ້​ຫັນ​ເອົາ​ເນື້ອທີ່​ດິນ​ເປົ່າ​ວ່າງ​ຂອງ​ຄ້າຍ​ຄູ ສ້າງ​ເປັນ​ເຂດ​ທຳ​ການ​ຜະລິດ ເພື່ອ​ສ້າງ​ພະລາທິການ​ກັບ​ທີ່ ໂດຍ​ໄດ້​ເອົາໃຈໃສ່​ປຸກລະດົມ​ຊຸກຍູ້​ພະນັກງານ-ນັກຮົບ ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ດ້ວຍ​ການ​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ, ເງື່ອນໄຂ​ຄວາມ​ອາດ​ສາມາດ​ຂອງ​ກົມ​ກອງ​ທີ່​ມີ​ຢູ່ເຂົ້າ​ໃນ​ການ​ປູກຝັງ-ລ້ຽງສັດ ທຳ​ການ​ຜະລິດ​ໃຫ້​ໄດ້​ຫຼາຍ ກາຍເປັນ​ສິນຄ້າ​ສົ່ງ​ອອກ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ກົມ​ກອງ. ສະຫາຍ ພັນ​ເອກ ວົງ​ນະຄອນ ພົມ​ມະ​ຈັກ ຫົວໜ້າ​ຫ້ອງ​ພະລາທິ ການ ວິທະຍາຄານ​ເຕັກນິກ​ການ​ທະຫານ ໄດ້​ໃຫ້​ຮູ້​ວ່າ: ໂດຍ​ເສີມ​ຂະຫຍາຍ​ມູນເຊື້ອ​ດຸໝັ່ນ​ຂະຫຍັນ​ພຽນ​ໃນ​ການ​ອອກແຮງ​ງານເພີ່ມ​ພູມ​ຜະລິດຜົນ, ປູກຝັງ-ລ້ຽງສັດ, ເຮັດ​ໃຫ້​ຄ້າຍ​ຄູ​ເປັນ​ພື້ນ​ທີ່​ສີຂຽວ​ຕາມຂໍ້​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ກໍ​ຄື ປະຕິບັດ​ຕາມ​ຄຳ​ຂວັນ 4 ປູກ 4 ລ້ຽງ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ນັ້ນ, ຍາມ​ໃດ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ພະລາທິການ ກໍ​ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ໃນ​ກົມ​ກອງໃຫ້​ກຳ​ແໜ້ນ 3 ຫຼັກການ​ທາງ​ດ້ານ​ວຽກ​ງານ​ເສດຖະກິດ​ເປັນ​ເຈົ້າ​ຕົນ​ເອງ ເປັນຕົ້ນມີ​ຄວາມ​ໝັ້ນຄົງ, ມີ​ຄຸນ​ນະ​ພາບ, ມີ​ຜົນ​ກຳໄລ ແລະ 4 ທັດສະນະ​ຂອງ​ກົມ​ໃຫຍ່​ພະລາທິການ​ທີ່​ວ່າ ທັດສະນະ​ຮັບ​ໃຊ້, ທັດສະນະ​ອອກແຮງ​ງານ, ທັດສະນະ​ປະ ຢັດ ແລະ ທັດສະນະ​ປະດິດ​ສ້າງ ເຊິ່ງ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ ກໍ​ໄດ້​ມີ​ຄວາມ​ຈູບ​ຈ້າວ​ຫ້າວຫັນ, ມີ​ຈິດໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ພ້ອມ​ກັນ​ນັ້ນ, ກໍ​ໄດ້​ວາງ​ທິດ​ທາງ​ແຜນການ, ຄາດໝາຍ​ໃນ​ແຕ່​ລະ​ໄລຍະ, ຊອກ​ຫາ​ວິທີ​ການ​ສ້າງ​ເນື້ອທີ່​ດິນ​ເປົ່າ​ວ່າງ​ຂອງ​ກົມ​ກອງໃຫ້​ກາຍເປັນ​ພື້ນ​ທີ່​ປົກ​ຄຸມ​ໄປ​ດ້ວຍ​ສີຂຽວ ໂດຍ​ການ​ປູກ​ພືດ​ຜັກ​ລົ້ມ​ລຸກ​ຊະນິດ​ຕ່າງໆຕາມ​ລະດູ​ການ ເພື່ອ​ໃຫ້​ແຕ່​ລະ​ພະ​ແນກ​ໄດ້​ແຂ່ງຂັນ​ກັນ​ເຮັດ​ສວນ​ປູກ​ພືດ​ຜັກ ຕາມ​ພື້ນ​ທີ່​ເປົ່າ​ວ່າງ​ຂອງ​ກົມ​ກອງ ສະໜອງ​ເຂົ້າ​ເຮືອນຄົວ​ລວມ ແລະ ສົ່ງ​ອອກ​ຂາຍ​ຕາມ​ທ້ອງ​ຕະຫຼາດ​ເປັນ​ປະຈຳ. ນອກຈາກ​ນັ້ນ, ຍັງ​ໄດ້​ຊຸກຍູ້​ຂະ​ບວນ​ການ​ປູກຝັງ​ໃນ​ກອງພັນ​ນັກ​ສຶກ​ສາ ໂດຍ​ສະ ເລ່ຍ​ແລ້ວໃນແຕ່ລະ​ປີນັກ​ສຶກ​ສາ ຜູ້​ໜຶ່ງ​ສາມາດ​ສະໜອງ​ພືດ​ຜັກ​ໄດ້ 120 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ, ເຂດ​ລ້ຽງສັດ​ປະກອບ​ມີ​ສະຖານທີ່​ລ້ຽງ​ໝູ, ປາ, ສັດ​ປີກ ແລະ ຂາຍ​ນ້ຳ​ດື່ມ​ທີ່​ຜະລິດ​ເອງ​ພາຍ​ໃນ​ກົມ​ກອງ. ໃນ​ປີ 2024 ຜ່ານ​ມາ, ຫ້ອງ​ພະລາທິການໄດ້​ປ່ອຍ​ປາ ລ້ຽງ 1.320 ກິ​ໂລ, ໝູ 52 ໂຕ, ສັດ​ປີກ 1.689 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ຈາກ​ວຽກ​ງານ​ກະສິກຳ​ປູກຝັງ-ລ້ຽງສັດ ກໍ​ຄື ການ​ສ້າງ​ພະລາທິການ​ກັບ​ທີ່​ໄດ້​ເຖິງ 182.663.000 ກີບ, ລາຍ​ຮັບ​ຈຳນວນ​ດັ່ງກ່າວ​ແມ່ນ​ເຂົ້າ​ຄັງ​ລວມ​ຂອງ​ວິທະຍາຄານ​ເຕັກນິກ​ການ​ທະຫານ 100%. ໃນ​ປັດຈຸບັນ, ຫ້ອງ​ພະລາທິການ ຍັງ​ສືບຕໍ່​ລ້ຽງ​ໝູ​ພັນ​ຊີ້ນ 17 ໂຕ, ນົກ​ກະທາ 3.500 ໂຕ, ເປັດ 60 ໂຕ, ປາ​ປະສົມ 1.320 ກິ​ໂລ. ນອກຈາກ​ນີ້, ຍັງ​ໄດ້​ທົດ​ລອງ​ປູກ​ດອກ​ດາວເຮືອງ ຈຳນວນ 3.500 ຕົ້ນ, ເຖິງ​ແມ່ນ​ວ່າ​ປີ​ນີ້​ເປັນ​ປີ​ທຳ​ອິດ​ໃນ​ການ​ທົດ​ລອງ​ ປູກ​ກໍ​ຕາມ ແຕ່​ປັດຈຸບັນ​ແມ່ນ​ສາມາດ​ເກັບ​ກ່ຽວ ຂາຍ​ສົ່ງ-ຂາຍຍ່ອຍ​ຕາມ​ທ້ອງ​ຕະຫຼາດ ໄດ້​ແລ້ວ 350 ກິ​ໂລ ເປັນ​ເງິນ 3.000.000-4.000.000 ກີບ. ສະຫາຍ ພັນ​ເອກ ວົງ​ນະຄອນ ພົມ​ມະ​ຈັກ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຍ້ອນ​ການ​ສ້າງ​ພະລາທິການ​ກັບ​ທີ່ຢູ່​ກົມ​ກອງ​ຂອງ​ຕົນ​ໄດ້​ຮັບ​ຜົນ​ດີ ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ, ນັກ​ສຶກ​ສາ ແລະ ຮັບ​ໃຊ້​ວຽກ​ງານ​ບໍລິຫານ​ຂອງ​ກົມ​ກອງ​ໄດ້​ດີ​ພໍ​ສົມຄວນ. ເມື່ອ​ທຽບໃສ່​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິໂພກ​ທັງ​ພາຍ​ໃນ​ກົມ​ກອງ ກໍ​ຄື ຕາມ​ທ້ອງ​ຕະຫຼາດ​ແລ້ວ​ເຫັນ​ວ່າ​ຍັງ​ບໍ່​ທັນ​ພຽງພໍ. ສະນັ້ນ, ໃນຕໍ່ໜ້າ​ນີ້​ຈະ​ສືບຕໍ່​ສ້າງ​ເຮືອນ​ຮົ່ມ ເພື່ອ​ປູກ​ພືດ​ຜັກ​ລວມ​ຕາມ​ລະດູ​ການ, ປູກ​ຂ່າ​ຕາມ​ເນື້ອທີ່​ເປົ່າ​ວ່າງ, ຂະຫຍາຍ​ສະຖານທີ່​ລ້ຽງ​ກົບ ໂດຍ​ການ​ເພາະ​ພັນ​ລູກ​ກົບ​ເອົາ​ເອງ ນອກ ຈາກ​ນັ້ນ, ຍັງ​ມີ​ແຜນການ​ລ້ຽງ​ໄກ່​ພັນ​ໄຂ່ ແລະ ຂະຫຍາຍ​ພື້ນ​ທີ່​ປູກ​ດອກ​ດາວເຮືອງ​ຕາມ​ຂອບ​ເຂດ​ດິນ​ເປົ່າ​ວ່າງ ທັງ​ນີ້, ກໍ​ເພື່ອ​ຕອບ​ສະໜອງ​ຊີ້ນ, ປາ, ພືດ​ຜັກ​ເຂົ້າ​ເຮືອນຄົວ​ລວມ ກໍ​ຄື ຂາຍ​ໃຫ້​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ ແລະ ຂາຍ​ສົ່ງ​ອອກ​ຕາມ​ທ້ອງ​ຕະຫຼາດ. ການ​ດຳເນີນ​ວຽກ​ງານ​ເພີ່ມ​ ພູນ​ຜະລິດ​ກະສິກຳ ຢູ່ ​ວຕກ ບໍ່​ ພຽງ​ແຕ່​ເປັນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນ ທະຫານ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ, ຍັງ​ເປັນ​ການ​ຊ່ວຍ​ເຝິກຝົນ​ໃຫ້​ນັກ​ສຶກ​ສາມີ​ແນວ​ຄິດ​ດຸໝັ່ນ​ຂະຫຍັນ​ພຽນ, ມີ​ຄວາມ​ອົດທົນ, ບໍ່​ໄດ້​ເອື່ອຍ​ອີງໃສ່​ແຕ່​ເງິນເດືອນ ແລະ ທຶນຮອນ​ຂອງ​ຄອບຄົວ​ສົ່ງ​ໃຫ້, ຜົນສຳເລັດ​ຍິ່ງ​ໃຫຍ່​ໄປ​ກວ່າ​ນັ້ນ ແມ່ນ​ເປັນ​ການ​ສ້າງ​ພະລາທິການ​ກັບ​ທີ່ ເພື່ອ​ພັດທະນາ​ກົມ​ກອງ ຕາມ​ທິດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໂດຍ: ເພັດ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ