
ສະຫະພັນແມ່ຍິງ ວພກ ສ່ອງແສງວຽກງານ ປະຈຳເດືອນພຶດສະພາ 2025
ເວລາອອກຂ່າວ: 2025-05-15 09:17:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1647 | ຄວາມນິຍົມ:
ວັນທີ 8 ພຶດສະພາ 2025, ສະຫະພັນແມ່ຍິງ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ສ່ອງແສງວຽກງານ ປະຈຳເດືອນພຶດສະພາ 2025 ແລະ ຮັບເງິນປຸກລະດົມ ສະມາຊິກສະຫະພັນແມ່ຍິງ ວພກ ຊ່ວຍເຫຼືອຄອບຄົວ ພະນັກງານ-ນັກຮົບ ທີ່ເສຍຊີວິດ ໃນການປະຕິບັດໜ້າທີ່ ຢູ່ ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ຄຳຫຼ້າ ກົມທິສອນ ຫົວໜ້າພະແນກສະຫະພັນແມ່ຍິງ ວພກ, ມີ ຄະນະໜ່ວຍສະຫະພັນແມ່ຍິງ ຈາກ 13 ຫົວໜ່ວຍຂຶ້ນກັບ ເຂົ້າຮ່ວມ.
ຄະນະໜ່ວຍສະຫະພັນແມ່ຍິງ ທັງ 13 ໜ່ວຍ ໄດ້ຜັດປ່ຽນກັນຜ່ານບົດສະຫຼຸບສ່ອງແສງປະຈຳເດືອນພຶດສະພາ ແລະ ລາຍງານສະພາບການ ໃນໄລຍະ 1 ເດືອນຜ່ານມາ, ໂດຍລວມແລ້ວແມ່ນມີຄວາມສະຫງົບດີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີແນວຄິດການເມືອງໜັກ ແໜ້ນຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນ ແລະ ໄດ້ຍົກໃຫ້ເຫັນຫຼາຍບັນຫາທາງງດ້ານດີ ແລະ ດ້ານອ່ອນໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ແລະ ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ ແລະ ເຂົ້າຮ່ວມວຽກງານຂະບວນການຕ່າງໆຢ່າງເປັນຂະບວນການຟົດຟື້ນ. ໂອກາດດຽວກັນນີ້ ພະແນກສະຫະພັນແມ່ຍິງ ຍັງໄດ້ຮັບເງິນປຸກລະດົມຊຸກຍູ້ຂອງສະມາຊິກສະຫະພັນແມ່ຍິງທົ່ວ ວພກ ໄດ້ປະກອບສ່ວນແບ່ງເບົາຄວາມທຸກໂສກນຳ ຄອບຄົວຂອງພະນັກງານ-ນັກຮົບ ທີ່ເສຍຊີວິດໃນການປະຕິບັດໜ້າ ຢູ່ ພູຜາມົ່ນ ເມືອງປາກທາ ແຂວງບໍ່ແກ້ວ, ຈຳນວນເງິນທີ່ນຳມາມອບໃນຄັ້ງນີ້ ແມ່ນ 2.546.000 ກີບ.
ສະຫາຍ ພັນໂທ ນາງ ຄຳຫຼ້າ ກົມທິສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍ ສະມາຊິກສະຫະພັນແມ່ຍິງ ທັງ 13 ໜ່ວຍ ທີ່ໄດ້ພ້ອມກັນເຮັດສຳເລັດໜ້າທີ່ວຽກງານຕ່າງໆ ທີ່ພັກ-ລັດ, ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຈົ່ງພ້ອມກັນສ້າງ ສາພັດທະນາຕົນເອງ ແລະ ພັດ ທະນາກົມກອງໃຫ້ເຕີບໃຫຍ່ຂະ ຫຍາຍຕົວເປັນກ້າວໆ.
ໂດຍ: ສີອຳພອນ ເພົ້້າຄຳອ່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ