
ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ເປີດອົບຮົມ-ຫັດແອບໃຫ້ທະຫານໃໝ່
ເວລາອອກຂ່າວ: 2025-05-14 08:45:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1092 | ຄວາມນິຍົມ:
ໃນທ້າຍເດືອນເມສາຜ່ານມານີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ໄດ້ເປີດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໃຫ້ທະຫານໃໝ່ ຊຸດທີ XXVI ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຫຼອດ ນັນທະວົງ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຫ້ອງການ ປກຊ-ປກສ, ຄະນະອຳນວຍການໂຮງຮຽນ, ພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງທອງ ເກດກອນບຸນ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການອະນຸມັດໃຫ້ໂຮງຮຽນການທະຫານທ້ອງຖິ່ນ ເປີດບັ້ນອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ໃຫ້ທະຫານໃໝ່ ຊຸດທີ XXVI ປະຈຳປີ 2025. ຈາກນັ້ນ, ສະຫາຍ ຮ້ອຍເອກ ເພັດສະໝອນ ໄຊຍະເລີດ ຮອງຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄດ້ຜ່ານແຜນການອົບຮົມ-ຫັດແອບ, ໂດຍປະຕິບັດຕາມໂຄງ
ການຫຼັກສູດການຮຽນ-ການສອນ ລະບົບ 3 ເດືອນ ທີ່ໄດ້ຮັບການອະນຸມັດຈາກກອງບັນຊາການທະຫານແຂວງເຊກອງ. ຈຸດປະສົງ, ກໍເພື່ອແນ່ໃສ່ກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມຮູ້ພື້ນຖານໃນການຊີ້ນຳ-ບັນຊາຂັ້ນຕົ້ນ, ມີຄວາມຮັບຜິດຊອບສູງທາງດ້ານການເມືອງ, ກຳໄດ້ບັນດາເນື້ອໃນທິດສະດີຫຼັກການ,
ວິທີການຕ່າງໆ, ມີຄວາມຮູ້ພື້ນຖານທາງດ້ານສິລະປະຍຸດ-ຍຸດທະວິທີ, ສາມາດນຳມາຈັດຕັ້ງປະຕິບັດຢູ່ກົມກອງ ໃຫ້ມີຄຸນນະພາບສູງ ເພື່ອກຽມພ້ອມເຮັດສຳ
ເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ບັ້ນອົບຮົມ-ຫັດແອບຄັ້ງນີ້ ປະກອບມີ 3 ພາກ ຄື: ພາກການເມືອງ, ພາກການທະຫານ ແລະ ພາກພະລາທິການ-ເຕັກນິກ, ມີທະຫານໃໝ່ເຂົ້າຮັບການອົບຮົມ ທັງໝົດ 34 ສະຫາຍ.
ສະຫາຍ ພັນເອກ ຫຼອດ ນັນທະວົງ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບການຮຽນ-ການສອນ, ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບໃຫ້ເຂັ້ມງວດ, ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບ ໂດຍສະເພາະ 7 ລະບອບ 18 ວຽກຂອງກອງທັບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ-ນັກຮົບທີ່ດີເດັ່ນຂອງກົມກອງ, ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນຍາດໃຫ້ໄດ້ຄະແນນດີ-ຄະແນນເກັ່ງ, ເພື່ອນຳໄປໝູນໃຊ້ຢູ່ກົມກອງຂອງຕົນ, ພ້ອມກັນເປັນເຈົ້າການຮອບດ້ານໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ມີຜົນສຳເລັດ ແລະ ຮັບປະກັນຄວາມສະຫງົບປອດໄພ 100%.
ໂດຍ: ກອງຄຳ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ