
ສຳເລັດກອງປະຊຸມ ຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍ ກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ (ສະບັບປັບປຸງ)
ເວລາອອກຂ່າວ: 2025-05-08 15:57:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1692 | ຄວາມນິຍົມ:
ກອງປະຊຸມ ຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ (ສະບັບປັບປຸງ) ໄດ້ດຳເນີນມາເປັນເວລາ 3 ວັນ ແລະ ສຳເລັດລົງໃນວັນທີ 8 ພຶດສະພາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນເອກ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ບຸນລ້ອມ ອຸດົມສຸກ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ກະຊວງ, ອົງການ, ກົມ, ກອງ ອ້ອມຂ້າງກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບົວສີ ສີວົງສາ ໄດ້ສະຫຼຸບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜູ້ແທນກອງປະຊຸມ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນແລກປ່ຽນ ຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ, ການປະກອບຄຳເຫັນມີເນື້ອໃນເລິກເຊິ່ງ, ກວ້າງຂວາງ ເຮັດໃຫ້ເນື້ອໃນດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ (ສະບັບປັບປຸງ) ສຳເລັດໂດຍພື້ນຖານ ເຖິງແມ່ນວ່າກຳນົດເວລາມີຈຳກັດ, ດຳລັດ ມີຫຼາຍພາກ, ຫຼາຍໝວດ ແລະ ຫຼາຍມາດຕາ ແຕ່ຜູ້ແທນກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ກວດກາຮ່າງດຳລັດ ດັ່ງກ່າວ ຈົນສຳເລັດ, ມອບໃຫ້ກອງເລຂາ, ອະນຸກຳມະການເນື້ອໃນ ນຳໄປປັບປຸງ ແລະ ຮຽບຮຽງຄືນຕາມຄຳເຫັນ ຂອງຄະນະຊີ້ນຳລວມ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງຕາມເຕັກນິກການສ້າງນິຕິກຳ ເພື່ອກະກຽມກ່ອນທີ່ຈະນຳເອົາຮ່າງດຳລັດໄປທາບທາມຄຳເຫັນຕໍ່ສັງຄົມ ໂດຍຜ່ານຈົດໝາຍເຫດທາງລັດຖະການ ແລະ ເຄື່ອນໄຫວທາບທາມໂດຍກົງ ໃນຂອບເຂດທົ່ວປະເທດ. ການປັບປຸງດຳລັດດັ່ງກ່າວ ໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການທີ່ວາງໄວ້ ເຊິ່ງໄດ້ກຳນົດເວລາທີ່ຊັດເຈນ ກ່ຽວກັບຄາດໝາຍທີ່ຈະໃຫ້ສຳເລັດ ໃນນີ້, ຄະນະຮັບຜິດຊອບ ໄດ້ຄາດກະວ່າເດືອນສິງຫາ 2025 ຕ້ອງນຳຮ່າງດຳລັດ ສະບັບດັ່ງກ່າວ ເຂົ້າຄົ້ນຄວ້າໃນກອງປະຊຸມລັດຖະບານ ເພື່ອພິຈາລະນາ, ຖ້າທຽບໃສ່ປັດຈຸບັນ ເຫັນວ່າ ຍັງມີຫຼາຍຂັ້ນຕອນທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ດັ່ງນັ້ນ, ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະຮັບຜິດຊອບ ປັບປຸງດຳລັດ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມແຜນການ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບົວສີ ສີວົງສາ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາຜູ້ແທນກອງປະຊຸມ ທີ່ໄດ້ພ້ອມກັນເອົາໃຈໃສ່ສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ (ສະບັບປັບປຸງ) ເຮັດໃຫ້ການດຳເນີນກອງປະຊຸມໃນຄັ້ງນີ້ ສຳເລັດລົງຢ່າງຈົບງາມ ແລະ ອວຍພອນໃຫ້ຜູ້ແທນກອງປະຊຸມ, ອະນຸກຳມະການ ປັບປຸງດຳລັດ ຕະຫຼອດຮອດວິຊາການ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ນຳພາ-ຊີ້ນຳກົມກອງຂອງຕົນ ກ້າວຂຶ້ນຢ່າງເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ