
ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ຄັ້ງທີ I
ເວລາອອກຂ່າວ: 2025-05-08 15:39:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1622 | ຄວາມນິຍົມ:
ວັນທີ 8 ພຶດສະພາ 2025 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສະຫຼຸບ ວຽກງານປ້ອງກັນພາຍໃນ ຄັ້ງທີ I ໂດຍການປະທານ ຂອງສະຫາຍ ພັນເອກ ບຸນທັນ ຈັນທະລີມາ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ພູວັນ ທິບພະວົງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ 5 ປີຜ່ານມາ (2021-2025) ແລະ ວາງທິດທາງແຜນການ ປີ 2026-2030 ຂອງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຖືສໍາຄັນວຽກງານປ້ອງກັນພາຍໃນ ຕິດພັນກັບການກໍ່ສ້າງ ກົມກອງ 3 ປອດ (ປອດໃສ ປອດ ໄພ ປອດຄະດີ) ໂດຍໄດ້ຖືເອົາວຽກງານດັ່ງກ່າວ ຕິດພັນກັບຂະບວນວຽກງານຕົວຈິງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍຮູບການຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ພັກ ຕໍ່ປະເທດຊາດ, ມີສະຕິລະວັງຕົວສູງ, ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບກົມກອງ ກໍຄືພະນັກງານ ສະມາຊິກພັກ-ນັກຮົບ ອັນໄດ້ເຮັດໃຫ້ສະພາບການເມືອງພາຍໃນກົມກອງມີຄວາມສະຫງົບໜັກແໜ້ນ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຂົ້າສູ່ວຽກງານຕົວຈິງຢ່າງມີຈຸດສຸມ ທົ່ວໂຮງຮຽນທິດສະດີການເມືອງກອງທັບ ສາມາດຕີລາຄາ ແລະ ຮັບຮອງເປັນກົມກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) 5 ປີຕໍ່ເນື່ອງຄື: ປະເພດ I ມີທັງໝົດ 23 ກົມກອງ; ປະເພດ II ມີທັງໝົດ 21 ກົມກອງ.
ໂອກາດນີ້, ຍັງໄດ້ມອບໃບຢັ້ງຢືນໃຫ້ກົມກອງ 3 ປອດ ຈໍານວນ 7 ກົມກອງ ຢ່າງສົມກຽດ ໂດຍການມອບ ຂອງສະຫາຍ ພັນເອກ ບຸນທັນ ຈັນທະລີມາ. ພ້ອມນັ້ນ, ຜູ້ຕາງໜ້າແຕ່ລະກົມກອງ ຍັງໄດ້ຈັບມືແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕື່ມອີກ.
ໂດຍ: ບຸນຊ້ອຍ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ