ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ກົມ ວສ-ປສ ການທະຫານ ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ເວລາອອກຂ່າວ: 2025-05-08 15:24:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1604 | ຄວາມນິຍົມ:



ວັນທີ 8 ພຶດສະພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ເລຂາຄະນະພັກຮາກຖານ, ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ, ເລຂາ-ຮອງເລຂາໜ່ວຍພັກ ແລະ ພະນັກງານ ພາຍໃນກົມເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງຜັນຂະຫຍາຍເນື້ອໃນ ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີຜ່ານມາ ເຫັນວ່າບັນດາໜ່ວຍພັກຢູ່ພາຍໃນກົມໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ຈົນສາມາດປະສົບຜົນສຳເລັດຕາມເງື່ອນໄຂຕົວຈິງ ຖືກຕ້ອງຕາມມາດຖານຂອງພັກ, ໂດຍສະເພາະຖືກຕາມຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພ້ອມນັ້ນ ຄະນະພັກກະຊວງປ້ອງກັນປະເທດໄດ້ຮັບຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ຕິດຕໍ່ກັນ ມີ 5 ໜ່ວຍພັກ. ໂອກາດການນີ້, ໄດ້ຜ່ານຂໍຕົກລົງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງກອງທັບວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ພະນັກນັກຮົບ ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃນນີ້ ເລື່ອນຊັ້ນຮ້ອຍເອກ ຂຶ້ນພັນຕີ 14 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ 3 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ, ຕອນທ້າຍພິທີຍັງໄດ້ມີການມອບໃບຢັງຢືນນາມມະຍົດ ແລະ ຕາງໜ້າຄະນະໜ່ວຍພັກ ໄດ້ຂຶ້ນຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນໃນຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ. ໂດຍ: ນາງ ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ