ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ກອງຮ້ອຍ 102 ຮັບຝັງການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກອງບັນຊາການທະຫານແຂວງເຊກອງ
ເວລາອອກຂ່າວ: 2025-05-08 15:03:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1449 | ຄວາມນິຍົມ:



ວັນທີ 6 ພຶດສະພາ 2025 ນີ້, ກອງຮ້ອຍ 102 ກອງບັນຊາການທະຫານແຂວງເຊກອງ ໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບທົ່ວກອງຮ້ອຍ 102 ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຝັງການເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງເຊກອງ, ຈາກນັ້ນ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ກ່າວວ່າ: ເພື່ອເຮັດໃຫ້ມະຕິກອງ ປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ມີຜົນສຳເລັດຕົວຈິງ, ຮຽກຮ້ອງ ໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານທົ່ວກອງຮ້ອຍ 102 ພ້ອມກັນເປັນເຈົ້າການ ໃນການເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງ, ບົນພື້ນຖານໃຫ້ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ກາຍເປັນແຜນການລະອຽດຂອງກົມກອງ ແລະ ມີຜົນສໍາເລັດຕົວຈິງ, ພ້ອມກັນ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບວຽກງານ ກຽມພ້ອມສູ້ຮົບ, ປັບປຸງສະຖານທີ່ຄ້າຍຄູໃຫ້ສະອາດຈົບງາມ ສີຂຽວ ແລະ ສ້າງຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງເຊກອງທີ່ຈະມາເຖິງ ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ, ຍົກສູງແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ຍົກ ສູງສະຕິຄວາມເປັນເຈົ້າການ, ຮູ້ ຈຳແນກມິດ ສັດຕູ ຢ່າງຈະແຈ້ງ ແນ່ໃສ່ສ້າງກົມກອງໃຫ້ມີລະບຽບວິໄນຢ່າງເຂັ້ມງວດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ເປັນເຈົ້າການຕອບຕ້ານທຸກກົນ ອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໜໍ່ແໜງ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທີ່ຕົນຮັບຜິດຊອບ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໄປພ້ອມກັນນັ້ນເອົາໃຈໃສ່ປັບປຸງວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກງານ ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດ ທີ່ປະເທດຊາດແລະ ປະຊາຊົນມອບໝາຍໃຫ້. ໂດຍ: ມິຕິ ທ່ອນມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ