
ກອງປະຊຸມແລກປ່ຽນສະພາບການຮອບດ້ານ ປະຈຳໄຕມາດ I ປີ 2025 ຂອງຫ້ອງການຄະນະກຳມະການ ປກຊ-ປກສ ແຂວງເຊກອງ
ເວລາອອກຂ່າວ: 2025-04-25 15:51:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1226 | ຄວາມນິຍົມ:
ໃນວັນທີ 25 ເມສາ 2025 ນີ້, ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງເຊກອງ ໄດ້ເປີດກອງປະຊຸມສະຫຼຸບແລກປ່ຽນສະພາບການຮອບດ້ານ ປະຈໍາໄຕມາດ I ແລະ ທິດທາງແຜນການ ປະຈໍາໄຕມາດ II ປີ 2025 ຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ກໍາມະການຄະນະປະຈໍາພັກແຂວງ, ຜູ້ປະຈໍາການຮອງປະທານ ປກຊ-ປກສ ແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີບັນດາຄະນະພັກ-ຄະນະບັນຊາກອງບັນຊາການ ປກຊ-ປກສ ແຂວງ, ເມືອງ ແລະ ພະແນກການທີ່ກ່ຽວຂ້ອງຈາກສອງກຳລັງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານການເມືອງຂອງພັກໃນໄລຍະຜ່ານມາ ເຊິ່ງມີທັງດ້ານດີ-ອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຈາກສະຫາຍ ພັນໂທ ແກ້ວສອນ ຄຸນຕາເດາະ ຮັກສາການ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ. ຈາກນັ້ນ, ບັນດາຜູ້ແຕ່ລະກົມກອງ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຕີລາຄາສະພາບການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ປະຈຳໄຕມາດ I ແລະ ວຽກງານຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດຊີ້ນໍາປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ 4 ໜ້າທີ່ໃຫຍ່ 41 ແຜນງານຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກ ເປັນຕົ້ນແມ່ນຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວ ຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ສອງກຳລັງມີຄຸນທາດການເມືອງໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ ຄຽງຄູ່ກັນນັ້ນ, ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳເອົາສະພາບການຕ່າງໆ, ຕ້ານ ແລະ ສະກັດກັ້ັ້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ເຮັດໃຫ້ຂອບເຂດຮັບຜິດຊອບດ້ວຍຄວາມປອດໄພ. ຄາດໝາຍສູ້ຊົນໃນຕໍ່ໜ້າ ສືບຕໍ່ນໍາພາ-ຊີ້ນໍາ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນສອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກວ້າງຂວາງເລິກເຊິ່ງ ໂດຍຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງເຖິງຖອງ, ສູ້ຊົນປັບປຸງກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການເມືອງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ປະທານຄະນະກຳມະການ ປກຊ-ປກສ ຂັ້ນແຂວງ ເປັນຂົວຕໍ່ໃນການປະສານວຽກງານຕ່າງໆ ໃຫ້ແກ່ກຳລັງ ປກຊ-ປກສ ດ້ວຍການຊີ້ນໍາຊຸກຍູ້ບັນດາກົມກອງ, ພະແນກການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ, ເກັບກຳຂ່າວ ແລະ ຂຶ້ນຮັບສ່ອງແສງລາຍງານສະພາບເປັນປົກກະຕິ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ ຕິດພັນກັບການປັບປຸງສັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ, ພ້ອມກັນເຄື່ອນໄຫວຕ້ານ-ສະກັດກັ້ນປະກົດການຕ່າງໆ ທີ່ຈະເກີດຂຶ້ນໃຫ້ຮັບປະກັນຕາມຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ມີຄໍາເຫັນ ແລະ ຊົມເຊີຍຕໍ່ຜົນສໍາເລັດໃນໄລຍະຜ່ານມາ ພ້ອມທັງ, ຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຄື່ອນໄຫວລາດຕະເວນຂອບເຂດກົມກອງຮັບຜິດຊອບ, ຈັດຕັ້ງລະບົບປະຈຳການ 3 ຂັ້ນໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີລະຫວ່າງສອງກໍາລັງ ປກຊ-ປກສ ໃຫ້ໜັກແໜ້ນ, ເປັນເຈົ້າການໃນການປະສານສົມທົບວຽກງານ ລະຫວ່າງສອງກໍາລັງໃຫ້ກົມກ່ຽວ ເພື່ອຮັບປະກັນການນໍາພາເດັດຂາດໂດຍ ກົງຮອບດ້ານຂອງພັກ, ຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທີ່ທັນສະໄໝ, ຍົກສູງສະຕິກຽມພ້ອມສູ້ຮົບ, ກຽມພ້ອມຮັບມືທຸກສະຖານະການ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ເດັດດ່ຽວຕອບຕ້ານ ແລະ ແກ້ໄຂທຸກກໍລະນີທີ່ແຕະຕ້ອງເຖິງບົດບາດການນໍາພາຂອງພັກ, ອຳນາດອະທິປະໄຕຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິຜົນສູງ ແລະ ມີຜົນສໍາເລັດ, ຕິດຕາມກຳແໜ້ນສະພາບ, ຍົກລະດັບຄວາມສາມາດໃນການເກັບກຳສະພາບການ, ວິເຄາະວິໄຈ, ຕີລາຄາສະພາບການຮອບດ້ານ ທີ່ພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານທີ່ກ່ຽວຂ້ອງໃຫ້ຈະແຈ້ງ, ເອົາໃຈໃສ່ຕໍ່ກັບກົນໄກການປະສານງານ ລະຫວ່າງ ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ ໃນການຕິດຕາມ, ກຳເກັບ ສະພາບການຕ່າງໆ ແລະ ລາຍງານ ໃຫ້ແກ່ຄະນະກຳມະການ ປກຊ-ປກສ ແຂວງ ເປັນປົກກະຕໍ່ເນື່ອງ,ສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ປັບປຸງພະແນກການ, ພະນັກງານວິຊາສະເພາະຕ່າງໆ ໃຫ້ເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃຫ້ມີຄວາມສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງບາດກ້າວບຸກທະລຸໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ສອດຄ່ອງກັບທຸກຂົງເຂດວຽກງານຕົວຈິງ.
ໂດຍ: ກອງຄໍາ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ