ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ສະຫຼຸບການຮ່ວມມືກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ ປະຈໍາສົກ 2024-2025
ເວລາອອກຂ່າວ: 2025-04-25 15:22:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1290 | ຄວາມນິຍົມ:



ວັນທີ 25 ເມສາ 2025 ນີ້, ຢູ່ທີ່ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບການຮ່ວມມືກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ ປະຈໍາສົກ 2024-2025 ຢູ່ເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາ ການຮ່ວມມືກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ, ມີຄະນະຊີ້ນໍາ, ຄະນະຮັບຜິດຊອບ, ອະນຸກຳມະການ, ກອງເລຂາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າກອງເສນາກວດກູ້ ແລະ ທໍາລາຍລະເບີດຮ່ວມ ລາວ-ຣັດເຊຍ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໃນການຮ່ວມມືກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບ ແຫ່ງ ສ ຣັດເຊຍ ຢູ່ເມືອງວຽງໄຊ ແຂວງຫົວພັນ ປະຈໍາສົກ 2024-2025 ໃຫ້ຮູ້ວ່າ: ຕະຫຼອດໄລຍະເວລາ 5 ເດືອນກວ່າ (ແຕ່ວັນທີ 11 ພະຈິກ 2024-15 ມີນາ 2025) ກໍາລັງຂອງສອງ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮ່ວມກັນກວດກູ້ລະເບີດໃນ 5 ສະໜາມ ຢູ່ເມືອງວຽງໄຊ ແຂວງ ຫົວພັນ ສໍາເລັດໃນເນື້ອທີ່ທັງໝົດ 187.180 ຕາເເມັດ ເທົ່າກັບ 18,7 ເຮັກຕາ ໃນນີ້, ປະກອບມີ ສະໜາມທີ 1: ຂອບເຂດບ້ານນາໄກ່ (ພື້ນທີ່ກະສິກໍາເມືອງ) ມີເນື້ອທີ່ 50.550 ຕາແມັດ ເທົ່າກັບ 5,05 ເຮັກຕາ ກວດພົບລະເບີດຈໍານວນ 82 ລູກ ໃນນີ້, ບົມບີ BLU 26 ຈໍານວນ 6 ໜ່ວຍ, ຟິວລູກປືນໃຫຍ່ 37 ມມ 32 ລູກ, ລູກປືນໃຫຍ່ 20 ມມ 32 ລູກ, ລູກປືນໃຫຍ່ 37 ມມ 4 ລູກ, ຟິວລູກປືນຄົກ 60 ມມ 1 ຟິວ, ຊູ (Suu-30) ຈໍານວນ 1 ລູກ, RPG-7 ຈໍານວນ 2 ລູກ, ຈະຫຼວດ 2.75 in ຈໍານວນ 2 ລູກ, M23 WP ຈໍານວນ 2 ລູກ, ກວດພົບເສດສະເກັດ ຈໍານວນ 9.183 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈຳນວນ 3.800 ຊິ້ນສ່ວນ; ສະໜາມທີ 2: ຂອບເຂດບ້ານນາໄກ່ (ພື້ນທີ່ກໍ່ສ້າງຫ້ອງການປົກຄອງເມືອງ ແລະ ພື້ນທີ່ກະສິກຳເມືອງ) ມີເນື້ອທີ່ 97.000 ຕາແມັດ ເທົ່າກັບ 9,7 ເຮັກຕາ ກວດພົບລະເບີດຈໍານວນ 174 ລູກ ໃນນີ້, ຟິວລູກປືນໃຫຍ່ 37 ມມ 86 ຟິວ, ລູກປືນໃຫຍ່ 37 ມມ 5 ລູກ, ລູກປືນ 20 ມມ 43 ລູກ, ບົມບີ BLU 26 ຈໍານວນ 26 ໜ່ວຍ, BLU 24 ຈໍານວນ 2 ໜ່ວຍ, ລະເບີດມື F1 ຈໍານວນ 1 ໜ່ວຍ, ລະເບີດມື 40 ມມ 2 ລູກ, RPG-7 ຈໍານວນ 1 ລູກ, RPG-2 ຈໍານວນ 1 ລູກ, ຈະຫຼວດ 2.75 in ຈໍານວນ 1 ລູກ, ຊູ (Suu-30) ຈໍານວນ 1 ລູກ, M-23 ຈໍານວນ 1 ລູກ, KD-8 ຈໍານວນ 1 ລູກ, M-117 (ໂບມ 750 ປອນ) 1 ໜ່ວຍ, ພົບເສດສະເກັດ ຈໍານວນ 6.758 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 4.215 ຊິ້ນສ່ວນ; ສະໜາມທີ 3: ຂອບເຂດບ້ານວຽງໄຊ (ພື້ນທີ່ກໍ່ສ້າງສະໜາມກິລາເມືອງວຽງໄຊ) ມີເນື້ອທີ່ 14.790 ຕາແມັດ ເທົ່າກັບ 1,47 ເຮັກຕາ. ກວດພົບລະເບີດຈຳນວນ 27 ລູກ ໃນນີ້, ຟິວລູກປືນໃຫຍ່ 37 ມມ 6 ຟິວ, ລູກປືນໃຫຍ່ 37 ມມ 1 ລູກ, ລູກປືນໃຫຍ່ 20 ມມ 15 ລູກ, ບົມບີ BLU 26 ຈໍານວນ 4 ໜ່ວຍ, KD-8 ຈໍານວນ 1 ລູກ, ພົບເສດສະເກັດ ຈໍານວນ 3.089 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 6.408 ຊິ້ນສ່ວນ; ສະໜາມທີ 4 ຂອບເຂດບ້ານນາໄກ່ ( ພື້ນທີ່ກໍ່ສ້າງຄຸມຄັງ ຂອງ ປກສ ເມືອງວຽງໄຊ) ມີເນື້ອທີ່ 18.140 ຕາແມັດ ເທົ່າກັບ 1,81 ເຮັກຕາ. ກວດພົບລະເບີດຈຳນວນ 24 ລູກ ໃນນີ້, ລູກປືນໃຫຍ່ 20 ມມ 23 ລູກ, ລູກປືນໃຫຍ່ 37 ມມ 1 ລູກ, ລະເບີດມື 40 ມມ 1 ລູກ, ພົບເສດສະເກັດ ຈຳນວນ 1.750 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈຳນວນ 1.817 ຊິ້ນສ່ວນ ແລະ ສະໜາມທີ 5 ຂອບເຂດໂຮງຮຽນ ມສ ວຽງໄຊ ມີເນື້ອທີ່ 6.700 ຕາແມັດ ເທົ່າ 0,67 ເຮັກຕາ. ກວດພົບລະເບີດຈໍານວນ 21 ລູກ ໃນນີ້, ລູກປືນໃຫຍ່ 20 ມມ 4 ລູກ, ບົມບີ BLU 26 ຈໍານວນ 16 ໜ່ວຍ, ຈະຫຼວດ 2.75 in HE ຈໍານວນ 1 ລູກ, ພົບເສດສະເກັດ ຈໍານວນ 2.828 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈຳນວນ 3.220 ຊິ້ນສ່ວນ; ສໍາເລັດການກວດກູ້ ທັງໝົດໃນ 5 ສະໜາມໄດ້ເນື້ອທີ່182.076 ຕາແມັດ ເທົ່າກັບ 97,27% ຖ້າທຽບໃສ່ແຜນການໃນເບື້ອງຕົ້ນເນື້ອທີ່ 187.180 ຕາແມັດ ທີ່ເມືອງມອບພື້ນທີ່ໃຫ້ ພົບລູກລະເບີດທັງໝົດ ຈຳນວນ 333 ລູກ; ພົບເສດສະເກັດ ຈໍານວນ 19.467 ຊິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 20.409 ຊິ້ນສ່ວນ. ຈາກນັ້ນ, ບັນດາສະຫາຍຄະນະຊີ້ນໍາ, ຄະນະຮັບຜິດຊອບ, ອະນຸກຳມະການດ້ານຕ່າງໆ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ ທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະສືບຕໍ່ປັບປຸງແກ້ໄຂ ເພື່ອເຮັດໃຫ້ການຮ່ວມມືກວດກູ້ລະເບີດບໍ່ທັນແຕກໃນຄັ້ງຕໍ່ໄປ ມີຜົນສໍາເລັດດີຂຶ້ນກວ່າເກົ່າ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກຄະນະຮັບຜິດຊອບແກ້ໄຂບັນຫາ ຕ້ອງຍົກສູງຄວາມຮູ້ຄວາມສາມາດໃນການນໍາພາ-ຊີ້ນໍາຕໍ່ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃຫ້ສູງຂຶ້ນ, ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ກວດກາຄືນກ່ຽວກັບໜ້າທີ່ ແລະ ພາລະບົດບາດຂອງຕົນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ເອົາໃຈໃສ່ ໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ຈັດຕັ້ງບັນດາກິດຈະກຳກ່ຽວກັບ ວຽກງານໂຄສະນາສຶກສາຄວາມສ່ຽງໄພ ເພື່ອເປັນການປູກຈິດສໍານຶກ, ຮັບຮູ້ທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ, ວຽກງານສໍາຫຼວດ ແລະ ກວດກູ້ ໃນການດໍາເນີນການໃຫ້ສອດຄ່ອງຕາມລະບຽບການ; ການຮ່ວມມືກັບກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ໃນແຕ່ລະປີ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ໃຫ້ຖືກຕ້ອງ ແລະ ຮອບດ້ານ ດ້ວຍຄວາມຮັບຜິດຊອບສູງ ຮັກສາຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບໃຫ້ໝັ້ນຄົງທະນົງແກ່ນ. ໂດຍ: ບຸນຊ້ອຍ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ