
ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-04-25 15:01:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1470 | ຄວາມນິຍົມ:
ໃນວັນທີ 25 ເມສາ 2025 ນີ້, ຢູ່ທີ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຫົວໜ້າການເມືອງ, ຄະນະອໍານວຍການ, ກົມ ແລະ ທຽບເທົ່າ ຂອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ 39 ຫົວໜ່ວຍກົມກອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດໍາລັດ ຂອງນາຍຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ ໃນນັ້ນ, ນາຍຍົກລັດຖະມົນຕີ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ພັນແສງ ບຸນພັນ ເປັນຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ; ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະອໍານວຍການ, ຄະນະກົມ, ຄະນະຫ້ອງ, ຄະນະວິຊາຄູ ແລະ ຄະນະຮັບຜິດຊອບນັກສຶກສາ ຂຶ້ນກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ເປັນຮັກສາການຫົວໜ້າການທະຫານ, ສະຫາຍ ພັນເອກ ສອນທະນູ ແກ້ວໝື່ນເຮືອງ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າກົມການເມືອງ, ສະຫາຍ ພັນເອກ ໄຊອຸດອນ ສຸພິລາ ເປັນຮອງອໍານວຍການ ຮັບຜິດຊອບວຽກງານວິທະຍາສາດ ທັງເປັນຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ສະຫາຍ ພັນເອກ ສີພອນ ພົງສະຫວັດ ເປັນຫົວໜ້າຄະນະວິຊາຄູຍຸດທະສາດ, ສະຫາຍ ພັນເອກ ສິງ ບຸນນີວົງ ເປັນຮອງຫົວໜ້າກົມອົບຮົມ-ກໍ່ສ້າງ, ສະຫາຍ ພັນໂທ ພົມມາ ທິບພະຄຸນ ເປັນຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ສະຫາຍ ພັນໂທ ບຸນເຖິງ ບຸບຜາລີວັນ ເປັນຫົວໜ້າຫ້ອງການ, ສະຫາຍ ພັນໂທ ມະໄລວັນ ປັນຍາສິດ ເປັນຫົວໜ້າຫ້ອງການຄຸ້ມຄອງໂຄງການຫຼັກສູດ, ສະຫາຍ ພັນໂທ ໄພທູນ ແກ້ວວົງເພັດ ເປັນຫົວໜ້າຫ້ອງການກວດກາອົບຮົມ ແລະ ຄຸນນະພາບມາດຖານການສຶກສາ, ສະຫາຍ ພັນໂທ ຄອນສະຫວັນ ພິມມະສອນ ເປັນຫົວໜ້າຫ້ອງການເໜືອມະຫາ, ສະຫາຍ ພັນໂທ ສຸບັນ ສໍວົງພິມ ເປັນຮອງຫົວໜ້າຫ້ອງການເໜືອມະຫາ, ສະຫາຍ ພັນໂທ ອຸ້ຍອຳໄພ ແກ້ວບົວພັນ ເປັນຮອງຫົວໜ້າຫ້ອງການຄຸ້ມຄອງໂຄງການຫຼັກສູດ, ສະຫາຍ ພັນຕີ ສຸກພູວັນ ສຸລິຍະແສງ ເປັນຮອງຫົວໜ້າຫ້ອງການ, ສະຫາຍ ພັນຕີ ຄໍາຫຼ້າ ພົມມະກອນ ເປັນຮອງຫົວໜ້າຫ້ອງການກວດກາອົບຮົມ ແລະ ຄຸ້ມຄອງຄຸນນະພາບມາດຖານການສຶກສາ, ສະຫາຍ ພັນໂທ ເທວາດ ວົງວິໄລ ເປັນຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບກໍ່ສ້າງ, ສະຫາຍ ພັນໂທ ພູວາ ບັນນະວົງ ເປັນຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບບຳລຸງ, ສະຫາຍ ພັນໂທ ວິລະພົງ ທັນຍາວົງ ເປັນຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບບຳລຸງ, ສະຫາຍ ພັນໂທ ມີລູຢາງ ໄຊຈູຢາງ ເປັນຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບບຳລຸງ, ສະຫາຍ ພັນໂທ ພວງສີ ມາລາທອງ ເປັນຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບກໍ່ສ້າງ, ສະຫາຍ ພັນໂທ ພອນສຸກ ເກດບົວລະພາ ເປັນຮອງຫົວໜ້າຄະນະຮັບຜິດຊອບນັກສຶກສາລະບົບກໍ່ສ້າງ, ສະຫາຍ ພັນໂທ ພອນ ວົງສາ ເປັນຮອງຫົວໜ້າຄະນະວິຊາຄູວຽກງານພັກ-ວຽກງານການເມືອງ, ສະຫາຍ ພັນໂທ ຖາວອນ ອິນຕາວົງ ເປັນຮອງຫົວໜ້າຄະນະວິຊາຄູຍຸດທະວິທີ, ສະຫາຍ ພັນໂທ ສຸກຂະວົງ ໄຊບຸນເຮືອງ ເປັນຮອງຫົວໜ້າຄະນະວິຊາຄູເຕັກນິກ, ສະຫາຍ ພັນໂທ ສີມອນ ຄໍາປະເສີດ ເປັນຮອງຫົວໜ້າຄະນະວິຊາຄູເຕັກນິກ, ສະຫາຍ ພັນຕີ ລຳມອນ ພຸດທະໄຊ ເປັນຮອງຫົວໜ້າຄະນະວິຊາຄູພະລາທິການ; ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ, ເລຂາຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນນັ້ນ, ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຕີ ພັນແສງ ບຸນພັນ ເປັນກຳມະການຄະນະບໍລິຫານງານພັກ, ເປັນກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປ່ຽນແທນ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່, ສະຫາຍ ພັນເອກ ປອ ສົມພິນ ພົມມະຈັນ ເປັນກຳມະການຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປ່ຽນແທນ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ທີ່ຍົກຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່; ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພັກການ ເພື່ອກຽມຮັບບໍານານ ໃນນັ້ນ, ຕົກລົງອະນຸມັດໃຫ້ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ອິນທະວົງ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພັກການ ເພື່ອກຽມຮັບບຳນານ ແລະ ຜ່ານຂໍ້ຕົກລົງ ຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນນັ້ນ, ຕົງລົງແຕ່ງຕັ້ງ ສະຫາຍ ພັນໂທ ນາງ ໂລຊິນ ໄມສະຫວັນ ເປັນຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນໂທ ສີນວນ ພຸດທະລັງສີ ເປັນຫົວໜ້າພະແນກຫໍມູນເຊື້ອ, ສະຫາຍ ພັນໂທ ທູນວັນໄຊ ຈັນທະວີສຸກ ເປັນຫົວໜ້າພະແນກກວດກາ ແລະ ສອບເສັງ, ສະຫາຍ ພັນຕີ ບີ້ ແກ້ວອາສາ ເປັນຫົວໜ້າພະແນກບຸກຕີ ຄະນະວິຊາລົດຕັງ-ຍານເກາະ, ສະຫາຍ ພັນຕີ ຄໍາ ດວງມະນີ ເປັນຫົວໜ້າພະແນກສັງລວມ ຫ້ອງການ, ສະຫາຍ ພັນຕີ ທອງລິດ ທອງມະວັນ ເປັນຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນຕີ ພຸດທະສອນ ລ້ອມດາລາ ເປັນຫົວໜ້າພະແນກບຸກຕີ ຄະນະວິຊາປ້ອງກັນອາກາດ, ສະຫາຍ ຮ້ອຍເອກ ພຸດທອງ ນ້ອຍສຸລິນໄຊ ເປັນຫົວໜ້າພະແນກຈັ້ງທ່າ ຄະນະວິຊາລົດຕັງ-ຍານເກາະ, ສະຫາຍ ພັນໂທ ນາງ ເພັດດາວັນ ເພົ້າສະດາ ເປັນຮອງຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນໂທ ດາວວິນ ໂສພາພອນ ເປັນຮອງຫົວໜ້າພະແນກຫໍມູນເຊື້ອ, ສະຫາຍ ພັນຕີ ສະຖາພອນ ອ້ວນວິໄລ ເປັນຮອງຫົວໜ້າພະແນກສັງລວມ ຫ້ອງການ, ສະຫາຍ ພັນຕີ ພອນສະຫວັນ ແກ້ວວົງສາ ເປັນຮອງຫົວໜ້າພະແນກລະບຽບ-ກິລາ, ສະຫາຍ ພັນຕີ ກິສັນ ຄໍາພູວົງ ເປັນຮອງຫົວໜ້າພະແນກໂຄສະນາ, ສະຫາຍ ພັນຕີ ວິໄລຈິດ ເພັງພະຈັນ ເປັນຮອງຫົວໜ້າພະແນກສິ່ງແວດລ້ອມ, ສະຫາຍ ພັນຕີ ມິກສອນ ມະນີວົງ ເປັນຮອງຫົວໜ້າພະແນກຈັ້ງທ່າ ຄະນະວິຊາປືນໃຫຍ່, ສະຫາຍ ຮ້ອຍເອກ ນາງ ບົວວັນ ໃຈວົງ ເປັນຮອງຫົວໜ້າພະແນກຄວາມຮູ້ທົ່ວໄປ, ສະຫາຍ ຮ້ອຍເອກ ຈິດຕະວົງ ເລື່ອງຄໍາມາ ເປັນຮອງຫົວໜ້າພະແນກບຸກຕີ ຄະນະວິຊາປືນໃຫຍ່, ສະຫາຍ ຮ້ອຍເອກ ບຸນມີໄຊ ລາດສຸລິນພັນ ເປັນຮອງຫົວໜ້າພະແນກຈັ້ງທ່າ ຄະນະວິຊາປ້ອງກັນອາກາດ, ສະຫາຍ ຮ້ອຍເອກ ຄອນທະວີ ຈັນສຸລີ ເປັນຮອງຫົວໜ້າພະແນກບຸກຕີ ຄະນະວິຊາສື່ສານ ແລະ ສະຫາຍ ຮ້ອຍເອກ ສີປະພັນ ບຸນຍາວົງ ເປັນຮອງຫົວໜ້າພະແນກບຸກຕີ ຄະນະວິຊາພະລາທິການ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມຕໍ່ນາຍທະຫານຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ເຊິ່ງການປະກາດແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການເຄື່ອນໄຫວເຮັດວຽກງານໃຫ້ມີປະສິດຕິຜົນສູງຂຶ້ນກວ່າເກົ່າ, ການແຕ່ງຕັ້ງນາຍທະຫານ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ແລະ ສັບປ່ຽນບ່ອນປະຈໍາການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຄວາມຮູ້ ຄວາມສາມາດຕົວຈິງຂອງພະນັກງານ ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານໃຫ້ມີຜົນສໍາເລັດ, ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍຄືການປະຕິບັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ເຝິກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ