
ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-04-25 10:54:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1144 | ຄວາມນິຍົມ:
ວັນທີ 25 ເມສາ 2025 ນີ້, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະຮັບຜິດຊອບເກັບກຳຂໍ້ມູນ, ໂຮງຮຽນທີ່ຂາດແຄນຄູສອນ, ຄູອາສາສະໝັກ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເຄື່ອນໄຫວເຮັດວຽກຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການແຂວງບໍ່ແກ້ວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຄະນະກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມ.
ຈຸດປະສົງ ຂອງການເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວໃນຄັ້ງນີ້ ເພື່ອປະຕິບັດຕາມ ມະຕິຕົກລົງ ເລກທີ 09 ຂອງລັດຖະບານ ວ່າດ້ວຍການນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ແລະ ທິດຊີ້ນໍາ ຂອງສອງກະຊວງຄື: ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໃນການຮ່ວມມືພັດທະນາວຽກງານການສຶກສາໃນທົ່ວປະເທດ ກໍຄືການແກ້ໄຂບັນຫາຄູອາສາສະໝັກ, ບັນຫາຄູສອນບໍ່ພຽງພໍໃນເຂດຊົນນະບົດ ຫ່າງໄກສອກຫຼີກ.
ສະຫາຍ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໄດ້ລາຍງານ ສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນຊັ້ນປະຖົມຢູ່ບາງເມືອງທີ່ຫາງໄກສອກຫຼີກຂອງແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນສົກຮຽນ 2024-25 ທົ່ວແຂວງບໍ່ແກ້ວ ຕ້ອງການຄູສອນທັງໝົດ 150 ຄົນ ໃນນີ້, ຄູສອນຊັ້ນປະຖົມ 76 ຄົນ, ຄູອະນຸບານ 70 ຄົນ ແລະ ຄູມັດທະຍົມ 14 ຄົນ (ສະເພາະໃນ 3 ເມືອງເປົ້າໝາຍ ຄື: ເມືອງປາກທາ, ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ມີໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ 15 ແຫ່ງ ແລະ ຕ້ອງການຄູສອນຊັ້ນປະຖົມ ຈຳນວນ 22 ຄົນ) ນອກນີ້, ມີຄູອາສາສະໝັກ 55 ຄົນ, ຍິງ 30 ຄົນ.
ຫຼັງຈາກນັ້ນ, ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ພ້ອມທັງ, ຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ເຂດຫ່າງໄກສອກຫຼີກ, ເກັບກຳສະຖິຕິຄູສອນອາສາສະໝັກ ເຂົ້າເປັນທະຫານ ແລະ ພ້ອມກັນເອກະພາບວຽກງານປິ່ນອ້ອມຈຳນວນໜຶ່ງ ໂດຍສະເພາະແມ່ນວຽກງານກະກຽມການຈັດຕັ້ງເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ II.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ