ບັ້ນຮົບ 3 ບ້ານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-04-25 09:11:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 7576 | ຄວາມນິຍົມ: ![]()
ບັ້ນຮົບ 3 ບ້ານ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ຄື: ບ້ານ ໃໝ່, ບ້ານກາງ ແລະ ບ້ານສະ ຫວ່າງ ເປັນເຫດການທີ່ຜິດພາດ ແລະ ເປັນບົດຮຽນທີ່ລໍ້າຄ່າທີ່ສຸດຂອງສອງປະເທດລະຫວ່າງ ລາວ ແລະ ໄທ, ເຊິ່ງເຫດການປະຫວັດສາດດັ່ງກ່າວ ໄດ້ເກີດຂຶ້ນວັນທີ 6 ມິຖຸນາ 1984. ເຊິ່ງກອງທັບໄທ ໄດ້ອອກຄຳສັ່ງໃຫ້ເປີດບັ້ນຮົບໃສ່ຊື່ວ່າ: “ບັ້ນຮົບມີໄຊດາບຫັກ” ໂຈມຕີບຽດຍຶດເອົາ 3 ບ້ານ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຢ່າງບັງອາດເປີດແປນໂດຍອ້າງສິດວ່າ: 3 ບ້ານຄື: ບ້ານໃໝ່, ບ້ານກາງ ແລະ ບ້ານ ສະຫວ່າງ ເປັນຂອງໄທ ເຊິ່ງຄວາມຈິ່ງແລ້ວເນື້ອທີ່ດັ່ງກ່າວນັ້ນແມ່ນເປັນແຜນດິນຂອງລາວ, ຕໍ່ກັບເຫດການດັ່ງກ່າວລັດຖະບານຂອງ ສປປ ລາວ ຈຶ່ງໄດ້ມອບໃຫ້ກະຊວງປ້ອງກັນປະເທດ ໄດ້ມີຄຳສັ່ງເຖິງແຂວງໄຊຍະບູລີ ໃຫ້ນຳໃຊ້ກຳລັງຕີຕ້ານການບຸກໂຈມຕີບຽດຍຶດຂອງກຳລັງສັດຕູ ສົມທົບແໜ້ນກັບກຳລັງຫຼວງ-ກຳລັງທ້ອງຖິ່ນ ຕໍ່ສູ້ປົກປັກຮັກສາຜືນແຜ່ນດິນ ແລະ ປົກປັກຮັກສາປະ ຊາຊົນ ບໍ່ໃຫ້ຖືກສັດຕູທຳລາຍ, ຕີໃຫ້ສັດຕູຖືກບັ່ນທອນເສຍຫາຍໜັກ ແລະ ບັງຄັບໃຫ້ພວກເຂົາຕ້ອງຫົດຖອຍກັບຄືນປະເທດຂອງພວກເຂົາ ນັບແຕ່ວັນທີ 6 ມິຖຸນາ ເຖິງວັນທີ 16 ຕຸລາ 1984 ກຳລັງແຮງພວກເຮົາໄດ້ທັບມ້າງແຜນການບຽດຍຶດຂອງພວກເຂົາໃຫ້ປະລາໄຊລົງຢ່າງສິ້ນເຊີງ.
ໄຊຊະນະບັ້ນຮົບນີ້, ກຳລັງພວກເຮົາກໍຍັງມີການສູນເສຍພາ ຫະນະ, ອາວຸດ ແລະ ຊັບສິນຂອງລັດ ລວມທັງຂອງພໍ່ແມ່ພີ້ນ້ອງປະຊາຊົນບັນດາເຜົ່າເຊັ່ນ: ໄຮ່ນາຮົ້ວສວນ, ເຮືອນຊານບ້ານຊ່ອງ, ໂຮງຮຽນ, ໂຮງໝໍ, ສາງຄັງ ແລະ ອື່ນໆເປັນຈຳນວນບໍ່ໜ້ອຍ, ແຕ່ສິ່ງຈົດຈຳບໍ່ລືມນັ້ນແມ່ນພວກເຮົາໄດ້ສູນເສຍບັນດານັກຮົບປະຕິວັດຜູ້ທີ່ມີນ້ຳໃຈອົງອາດກ້າຫານ, ຕໍ່ສູ້ບໍ່ຍອມຈຳນວນຫຼາຍສະຫາຍ, ນັບທັງກຳລັງຫຼວງ-ກຳລັງທ້ອງ ຖິ່ນ, ບັນດາສະຫາຍເຫຼົ່ານັ້ນເຖິງແມ່ນວ່າໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນກັບມາແລ້ວກໍຕາມ, ແຕ່ຊື່ສຽງຮຽງນາມ, ຄຸນງາມຄວາມດີ ຂອງພວກເພິ່ນເຫຼົ່ານັ້ນຍັງສະນິດຕິດພັນຝັງໄວ້ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວົ້າສະ ເພາະແມ່ນປະຊາຊົນຊາວແຂວງໄຊຍະບູລີ ກໍຄືປະຊາຊົນຊາວເມືອງທົ່ງມີໄຊ ແລະ ຍັງຢືນຍົງຄົງຕົວຢູ່ນຳພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ.
ຕໍ່ກັບເຫດການປະຫວັດສາດທີ່ອົງອາດ, ກ້າຫານບໍ່ຍ້ອມໃຫ້ ກຳລັງອິດທິປໍລະປັກເຂົ້າມາບຽດຍຶດເອົາແຜນດິນທີ່ແສນຮັກຂອງພວກເຮົາແມ້ແຕ່ຕາລາງຕາແມັດ. ດັ່ງນັ້ນ, ພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າທີ່ ເກີດໃໝ່ໃຫຍ່ລຸ່ນຕ້ອງໄດ້ສຶກສາ ປະຫວັດສາດມູນເຊື້ອ, ອັນອົງ ອາດ, ກ້າຫານຂອງພະນັກງານ-ນັກຮົບປະຕິວັດຮຸ່ນກ່ອນ ແລະ ຮຽນຮູ້ເອົາຄຸນງາມ, ຄວາມດີ, ນໍ້າໃຈເສຍສະຫຼະອັນສູງສົງເຫຼົ່ານັ້ນ ເພື່ອເປັນແບບຢ່າງອັນ ໃສແຈ້ງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິ ວັດ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນການດຳລົງຊີວິດ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ທີ່ໄດ້ນຳພາປະຊາຊົນບັນດາເຜົ່າສາມາດຕີຕ້ານການບຽດຍຶດ 3 ບ້ານຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ຈົນໄດ້ຮັບໄຊຊະນະຢ່າງສະຫງ່າງາມ, ພ້ອມທັງນຳພາປະເທດຊາດກ້າວເຂົ້າສູ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















