
ບໍລິສັດຮ່ວມມືສາກົນ 705 ອວຍພອນ ຄະນະພັກ-ຄະນະບັນຊາ ກອງພົນທີ 1
ເວລາອອກຂ່າວ: 2025-04-25 09:08:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1052 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ສະຫາຍ ພັນເອກ ຫວູຮົ່ງແມ໋ງ ປະທານບໍລິສັດ ຮ່ວມມືສາກົນ 705 ທະຫານ ເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງພົນທີ 1 ເນື່ອງໃນໂອກາດປີໃໝ່ລາວ ພສ 2568, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ຫວູຮົ່ງແມ໋ງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບອັນສະໜິດສະໜົມ, ຄຳອວຍພອນໄຊອັນປະເສີດ ແລະ ກະຕ່າຂອງຂວັນມາມອບອວຍພອນ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທີ 1 ພ້ອມທັງຝາກຄຳອອຍພອນອັນປະເສີດ ໄປຍັງການນຳພັກ-ລັດ, ພະນັກງານລັດຖະກອນ, ທະຫານ,
ຕຳຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ, ພ້ອມກັນຫຼິ້ນບຸນປີໃໝ່ລາວ ໃຫ້ເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ, ອວຍພອນຄວາມສາມັກຄີແບບພິເສດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ສະ
ແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ອວຍພອນ ຂອງປະທານບໍລິສັດຮ່ວມມືສາກົນ 705 ພ້ອມດ້ວຍຄະນະ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍຄວາມສາມັກຄີ ແລະ ມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງ ສອງຊາດ, ສອງພັກ, ສອງກອງທັບ ແລະ ສອງກົມກອງ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ