
ປະກາດການຈັດຕັ້ງຂັ້ນຂະແໜງການ ຢູ່ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ
ເວລາອອກຂ່າວ: 2025-04-25 09:04:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1181 | ຄວາມນິຍົມ:
ພິທີປະກາດການຈັດຕັ້ງຂັ້ນຂະແໜງການທີ່ຂື້ນກັບສະຖາບັນອະນາໄມກັນພະຍາດ ແລະ ສົ່ງ ເສີມສຸຂະພາບກອງທັບ ໄດ້ຈັດຂື້ນໃນ ວັນທີ 24 ເມສາ 2025 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ສີສຸກ ສີຈັນທອນ ຄະນະປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຈັນມະລີ ຈັນສີ ຮອງຫົວໜ້າການເມືອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າຂະແໜງການ ຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ( ສະບັບປັບປຸງ ) ພາກທີ II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ
ມາດຖານນາຍທະຫານທີ່ໄດ້ກຳນົດໄວ້ໃນ ( ສະບັບປັບປຸງ ) ພາກທີ II ໝວດທີ 2 ມາດຕາ 15 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ກົມໃຫຍ່ພະລາທິການກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ລາວັນ ພອນວິໄລ ເປັນຫົວໜ້າຂະແໜງຂາເຂົ້າ-ຂາອອກ, ສຳເນົາຈາລະຈອນເອກະສານ ພະແນກແຜນການ-ສັງລວມ, ສະ ຫາຍ ພັນຕີ ນາງ ຕີນາ ບຸນກຸສົນ ເປັນຫົວໜ້າຂະແໜງແຜນການ-ສັງລວມ, ຄຸ້ມຄອງວັດຖຸຫ້ອງການ ພະແນກແຜນການ-ສັງລວມ, ພັນຕີ ພູວົງ ພົມວິໄລ ເປັນຫົວໜ້າຂະແໜງກວດກາ ພະແນກການເມືອງ, ຮ້ອຍເອກ ນາງ ວົງສຸກ ກວ້າງບຸນມີ ເປັນຫົວໜ້າຂະແໜງສະຫະພັນແມ່ຍິງ ພະແນກການເມືອງ, ຮ້ອຍເອກ ສັນຕິ ສາລີວັນ ເປັນຫົວໜ້າຂະແໜງນະໂຍບາຍ ພະແນກການເມືອງ, ຮ້ອຍເອກ ດຣ ອຸດອນ ວົງສັນຕິ ເປັນຫົວໜ້າຂະແໜງອົບຮົມ ພະແນກຄົ້ນຄວ້າວິທະຍາສາດການແພດ, ຮ້ອຍເອກ ໂສພາ ຈັນດາລາ ເປັນຫົວໜ້າຂະແໜງອະນາໄມກອງທັບ ພະແນກສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ, ຮ້ອຍເອກ ໂສພາ ວົງສະຫງ່າ ເປັນຫົວໜ້າຂະແໜງສະຖິຕິປະເມີນຜົນ ພະແນກໄຂ້ຍຸງ-ແມ່ກາຝາກ ແລະ ແມງໄມ້, ຮ້ອຍໂທ ກົງຕາ ສຸພັນທອນ ເປັນຫົວໜ້າຂະແໜງພະນັກງານ ພະແນກ ການເມືອງ, ຮ້ອຍໂທ ພອນສັກ ວົງຄຳສອນ ເປັນຫົວໜ້າຂະແໜງຊາວໜຸ່ມ ພະແນກການເມືອງ, ຮ້ອຍໂທ ທິບພະອາດ ຈັນທະປັນຍາ ເປັນຫົວໜ້າຂະແໜງຄຸ້ມຄອງ ແລະ ສ້ອມແປງລົດ ພະແນກພະລາທິການ-ເຕັກນິກ, ຮ້ອຍໂທ ດຣ ພູນິລຸດ ຫົງວັນທອງ ເປັນຫົວໜ້າຂະແໜງຄົ້ນຄວ້າວິທະຍາສາດ ພະແນກຄົ້ນຄວ້າວິທະຍາສາດການແພດ ແລະ ຮ້ອຍໂທ ດຣ
ໄຊສົມພອນ ມຸກສະຫວັນ ເປັນຫົວໜ້າຂະແໜງຈັດຫານ້ຳສະອາດ ພະແນກອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ. ທັງນີ້, ກໍເພື່ອເປັນການປັບປຸງບູລະນະກົງຈັກໃນກຳລັງປະກອບອາວຸດເວົ້າລວມເວົ້າສະເພາະຢູ່ສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງ ເສີມສຸຂະພາບກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ຂ່າວ: ອ້ອຍພັນ ແພງບຸນມີ
ພາບ: ນາງ ສຸພີພັກ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ