
ທະຫານເມືອງໄຊຍະບູລີເປີດຊຸດອົບຮົມ-ຫັດແອບປະຈຳປີ 2025
ເວລາອອກຂ່າວ: 2025-04-25 08:58:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 911 | ຄວາມນິຍົມ:
ໃນວັນທີ 23 ເມສາ 2025 ນີ້ ກອງບັນຊາການທະຫານເມືອງໄຊຍະບູລີ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບການທະຫານ, ການ ເມືອງ, ພະລາທິການ ແລະ ເຕັກ ນິກປະຈຳປີ 2025 ຂຶ້ນຢູ່ທີ່ເດີ່ນກາງແຈ້ງຂອງກົມກອງ ໂດຍການ
ເປັນປະທານຂອງ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງໄຊຍະບູລີ ມີສະຫາຍ ພັນໂທ ໄພວັນ ໂສພາທີ ຫົວໜ້າການທະຫານ ມີຄະນະ
ພັກ-ຄະນະບັນຊາ ແລະ ພະນັກງານນັກຮົບພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ສົມພອນ ບຸນທະສີ ຫົວໜ້າພະແນກເສນາ ກອງບັນຊາການທະຫານເມືອງໄຊຍະບູລີ ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບຂອງກົມກອງ ອີງຕາມຄຳສັ່ງແນະນຳຂອງຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ວ່າດ້ວຍການອົບຮົມ-ຫັດແອບປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2025. ເອກະສານທີ່ນຳມາອົບຮົມ-ຫັດແອບໃນຄັ້ງນີ້ປະກອບມີ ວຽກງານການເມືອງ, ວຽກງານເສນາທິການ, ວຽກງານຍຸດທະ
ວິທີທະຫານຮາບ, ວຽກງານລະ ບຽບ, ວຽກງານພະລາທິການ ແລະ ເຕັກນິກ. ຈຸດປະສົງຂອງການອົບຮົມ-ຫັດແອບກໍເພື່ອເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງກອງທັບໃຫ້ກຳໄດ້ບັນດາມະຕິຄຳສັ່ງ ຂໍ້ກໍານົດກົດລະບຽບຂອງກອງທັບ ຫັນກົມກອງເຂົ້າສູ່ລະບຽບວິໄນເຂັ້ມງວດ, ມີຄວາມເຂັ້ມແຂງໜັກແໜ້ນເທື່ອລະກ້າວ ແລະ ມີລະດັບຄວາມຮູ້ພື້ນຖານທາງດ້ານວຽກງານການທະຫານ, ການເມືອງ, ສິນລະປະຍຸດ-ຍຸດທະວິທີ ແລະ ພະລາທິການເຕັກນິກ ໃຫ້ມີຄວາມຊຳນິຊຳນານເຂົ້າໃນວຽກງານ
ສູງຂຶ້ນອີກບາດກ້າວໜຶ່ງ ທັງເປັນການເຝິກຝົນຫຼໍ່ຫຼອມກຳແຮງກາຍໃຫ້ເຂັ້ມແຂງ ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງຕົນ, ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ເພື່ອນຳໄປຈັດຕັ້ງປະຕີບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບສູງ ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ ການອົບຮົມໃນຄັ້ງ ນີ້ໃຊ້ເວລາທັງໝົດ 90 ວັນຈິງຈະສຳເລັດ. ໂອກາດນີ້, ສະຫາຍ ພັນໂທ ບຸນທະວີ ຖານະວັນ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈັດຕັ້ງນຳພາປະຕິບັດແຜນການອົບຮົມ ປະຈຳປີ 2025 ນີ້, ໃຫ້ເປັນ ຮູບປະທຳຕົວຈິງ, ເອົາໃຈໃສ່ປະ ຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເຮັດໃຫ້ການອົບຮົມ-ຫັດແອບໃນຄັ້ງນີ້ໄດ້ຮັບຜົນດີຕາມແຜນການ ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມປອດໄພ 100%.
ຂ່າວພາບ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ