
ຫຼາຍພາກສ່ວນເຂົ້າອວຍພອນ ຄະນະນໍາກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2025-04-11 14:20:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3177 | ຄວາມນິຍົມ:
ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ທີ່ຈະໝູນວຽນມາເຖິງນີ້, ໃນວັນທີ 11 ເມສາ 2025 ນີ້, ມີຫຼາຍພາກສ່ວນ ເຊິ່ງນໍາພາໂດຍ ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າຢ້ຽມຢາມ ແລະ ອວຍພອນ ຄະນະນໍາກົມໃຫຍ່ເສນາທິການກອງທັບ, ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ບົວຄໍາ ສາມາວົງ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະນໍາກົມໃຫຍ່ເສນາທິການກອງທັບ ຈົ່ງມີສຸຂະພາບແຂງແຮງ, ພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມທັງ ສືບຕໍ່ໍນໍາພາ-ຊີ້ນໍາ ກົມໃຫຍ່ເສນາທິການກອງທັບ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ, ມີຄວາມກ້າວໜ້າທັນສະໄໝ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ສະຫາຍ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ໄດ້ເຂົ້າມຢ້ຽມຢາມ ແລະ ອວຍພອນໄຊໃນຄັ້ງນີ້ ຂໍອວຍພອນອັນປະເສີດໃຫ້ແກ່ ນາຍ ແລະ ພົນທະຫານ ທົ່ວກົມໃຫຍ່ເສນາທິການກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມຈະເລີນກ້າວໜ້າ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານທີ່ມີກຽດສະຫງ່າ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ