ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ປິດໂຄງການກໍ່ສ້າງ, ສ້ອມແປງ ແລະ ປັບປຸງທາງຮ່ອມເຂດຊຸມຊົນເທສະບານ 6 ເມືອງໃນນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2025-04-11 11:01:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3147 | ຄວາມນິຍົມ:



ວັນທີ 10 ເມສາ 2025 ນີ້, ໄດ້ມີພິທີ ປິດໂຄງການກໍ່ສ້າງ, ສ້ອມແປງ ແລະ ປັບປຸງທາງຮ່ອມເຂດຊຸມຊົນເທສະບານ 6 ເມືອງ ໃນນະຄອນຫຼວງວຽງຈັນ ຂອງເຫຼົ່າຮົບຊ່າງແສງ ກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງ, ສ້ອມແປງ ແລະ ປັບປຸງທາງຮ່ອມເຂດຊຸມຊົນເທສະບານ 6 ເມືອງ ໃນນະຄອນຫຼວງວຽງຈັນ, ມີ ສະຫາຍ ບຸນຍະວັດ ນິລະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ມອນໄທ ສະລິດໄຊ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ໄດ້ເລີ່ມແຕ່ເດືອນມິຖຸນາ 2024 ເປັນຕົ້ນມາ, ມີເສັ້ນທາງທັງໝົດ 108 ເສັ້ນທາງ, ໄລຍະທາງຍາວທັງໝົດ 50,31 ກິໂລແມັດ, ທາງປູຢາງເກົ່າລວງຍາວ 18,22 ກິໂລແມັດ, ທາງດິນແດງລວງຍາວ 32,07 ກິໂລແມັດ ລວມມູນຄ່າການກໍ່ສ້າງທັງໝົດ 99.991.498.377 ກີບ, ກໍານົດເວລາກໍ່ສ້າງ 6 ເດືອນ (ກໍລະກົດ-ທັນວາ 2024). ມາຮອດປັດຈຸບັນ ການກໍ່ສ້າງສໍາເລັດ 100% ໃນນັ້ນ, ມີເສັ້ນທາງເບຕົງ 84 ເສັ້ນທາງ, ເສັ້ນທາງປູຢາງ 2 ຊັ້ນ 23 ເສັ້ນທາງ ແລະ ເສັ້ນທາງປູຢາງຂົ້ວ 1 ເສັ້ນທາງ ລາຍລະອຽດຄື: ເມືອງໄຊເສດຖາ ມີ 15 ເສັ້ນທາງ ໃນນັ້ນ, ປູເບຕົງ 13 ເສັ້ນທາງ ແລະ ປູຢາງ 2 ຊັ້ນ 2 ເສັ້ນທາງ, ໜ້າທາງປູເບຕົງ 11 ເສັ້ນທາງ ແລະ ປູຢາງ 2 ຊັ້ນ 1 ເສັ້ນທາງ ເມືອງຈັນທະບູລີ ມີເສັ້ນທາງປູເບຕົງ 14 ເສັ້ນທາງ; ເມືອງສີໂຄດຕະບອງ ມີ 31 ເສັ້ນທາງ ໃນນັ້ນ, ປູເບຕົງ 20 ເສັ້ນທາງ ແລະ ປູຢາງ 2 ຊັ້ນ 11 ເສັ້ນທາງ ການກໍ່ສ້າງຕົວຈິງມີການປ່ຽນແປງ ໜ້າທາງປູຢາງ 2 ຊັ້ນ 8 ເສັ້ນທາງ, ໜ້າທາງປູເບຕົງ 23 ເສັ້ນທາງ; ເມືອງສີສັດຕະນາກ ມີ 41 ເສັ້ນທາງ ໃນນັ້ນ, ປູເບຕົງ 36 ເສັ້ນທາງ, ປູຢາງ 2 ຊັ້ນ 4 ເສັ້ນທາງ ແລະ ປູຢາງຂົ້ວ 1 ເສັ້ນທາງ; ເມືອງໄຊທານີ ມີ 6 ເສັ້ນທາງ ເປັນທາງປູຢາງ 2 ຊັ້ນ ແລະ ເມືອງຫາດຊາຍຟອງ ມີ 1 ເສັ້ນທາງ ປູຢາງ 2 ຊັ້ນ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ