ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ອົງການຈັດຕັ້ງ ຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ກໍາມະບານ ກົມໃຫຍ່ພະລາທິການກອງທັບ ຈັດກິດຈະກໍາອອກແຮງງານລວມ
ເວລາອອກຂ່າວ: 2025-03-21 11:07:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 620 | ຄວາມນິຍົມ:



ວັນທີ 21 ມີນາ 2025 ນີ້, ອົງການຈັດຕັ້ງ ຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ກໍາມະບານ ກົມໃຫຍ່ພະລາທິການກອງທັບ ໄດ້ເຕົ້າໂຮມເອົາສະມາຊິກຊາວໜຸ່ມ, ສະຫະພັນແມ່ຍິງ, ກໍາມະບານ ພາຍໃນອົງການກົມໃຫຍ່ ແລະ ກົມກອງຮາກຖານເຂດໃຈກາງນະຄອນຫຼວງວຽງຈັນ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ຈັດກິດຈະກໍາອອກແຮງງານລວມ ເພື່ອອະນາໄມຕາມຂອບເຂດຄວາມຮັບຜິດສະຖານທີ່ຄ້າຍຄູ ແລະ ພາຍໃນກົມໃຫຍ່ພະລາທິການທິການກອງທັບ. ໂດຍການນໍາພາ ຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນໂທ ປອ ພົງສະໄໝ ຫຸນນະຈໍາປາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບກອງທັບ, ຄະນະພັກ-ຄະນະບັນຊາ, ຄະນະນໍາອົງການຈັດຕັ້ງຊາວໜຸ່ມ, ສະຫະພັນແມ່ຍິງ, ກໍາມະບານ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ກ່າວວ່າ: ຈຸດປະສົງ ການຈັດກິດຈະກໍາອອກແຮງງານລວມ ໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດສໍາຄັນ ຂອງຊາດ ຄຶື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ອົງຄະນະພັກກົມໃຫຍ່ພະລາທິການກອງທັບ ເຊິ່ງຈະໄດ້ໄຂຂຶ້ນໃນວັນ 26 ມີນາ 2025 ນີ້ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນອັນເລິກເຊິ່ງ. ການຈັດກິດຈະກໍາອອກແຮງງານລວມ ຢູ່ກົມໃຫຍ່ພະລາທິການກອງທັບ ໃນຄັ້ງນີ້, ເພື່ອເຮັດໃຫ້ສະຖານທີ່ຄ້າຍຄູ ຂອງກົມໃຫຍ່ພະລາທິການກອງທັບ ມີຄວາມເປັນລະບຽບຈົບງາມ, ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງ ຄະນະພັກ-ຄະນະບັນຊາ ກໍຄືອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ສະຫະພັນແມ່ຍິງ, ກໍາມະບານ ກົມໃຫຍ່ພະລາທິການກອງທັບ ແລະ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານວຽກງານວິຊາສະເພາະຮັບປະກັນພະລາທິການກອງທັບ ກໍຄືວຽກງານການເມືອງຂອງກົມກອງຕະຫຼອດໄປ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ