
ກທອ ປິດການແຂ່ງຂັນນັກຮ້ອງສຽງດີ ຄັ້ງທີ III
ເວລາອອກຂ່າວ: 2025-03-21 10:54:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 843 | ຄວາມນິຍົມ:
ໃນວັນທີ 20 ມີນາ 2025 ນີ້, ກອງບັນຊາການທະຫານອາກາດ (ກທອ) ໄດ້ປິດການແຂ່ງຂັນນັກຮ້ອງສຽງດີ ຄັ້ງທີ III ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ກອງບັນຊາການທະຫານອາກາດ ແລະ 3 ວັນປະຫວັດສາດ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະຫ້ອງ, ຄະນະພັກ ກອງພັນໃຫຍ່ 702-703 ແລະ ພະແນກການ ພ້ອມດ້ວຍບັນດານາຍ ແລະ ພົນທະຫານ ເຂົ້າຮ່ວມຮັບຊົມຢ່າງພ້ອມພຽງ.
ການແຂ່ງຂັນໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນບຸນປະຫວັດສາດຂອງພັກ, ຂອງຊາດ, ກອງທັບ ແລະ ສາກົນ ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ກອງບັນຊາການທະຫານອາກາດ ທັງເປັນຊຸກຍູ້ວຽກງານຂະບວນການຮອບດ້ານຂອງກົມກອງ, ສົ່ງເສີມພະນັກງານ-ນັກຮົບຜູ້ທີ່ມີພອນສະຫວັນມັກຮັກໃນການຮ້ອງເພັງ, ຂັບລໍາ ປະດິດຄິດແຕ່ງບົດເພງ, ບົດຂັບລໍາ ແລະ ກາບກອນອື່ນໆ ເພື່ອເປັນຕົວແທນໃຫ້ແກ່ກົມກອງເຂົ້າຮ່ວມການແຂ່ງຂັນກັບຂັ້ນເທິງຈັດຂຶ້ນ. ສໍາລັບການແຂ່ງຂັ້ນໃນຄັ້ງນີ້ ປະກອບມີ 5 ຫ້ອງເຂົ້າ ສະຫຼຸບໄດ້ວ່າ: ລາງວັນຊະນະເລີດ ໄດ້ແກ່ຫ້ອງການເມືອງ ກທອ ໄດ້ຮັບເງິນ 2.000.000 ກີບ ພ້ອມໃບຍ້ອງຍໍ, ຮອງຊະນະເລີດ ຫ້ອງການ ກທອ ໄດ້ຮັບເງິນ 1.500.000 ກີບ ພ້ອມໃບຍ້ອງຍໍ, ລາງວັນອັນດັບທີ III ຫ້ອງພະລາທິການ ກທອ ໄດ້ຮັບເງິນ 1.000.000 ກີບ ພ້ອມໃບຍ້ອງຍໍ ແລະ ລາງວັນຊົມເຊີຍມີ 2 ລາງວັນ ໄດ້ແກ່ຫ້ອງອົບຮົມການບິນ ແລະ ຫ້ອງພະລາທິການ ກທອ ໄດ້ຮັບເງິນ 800.000 ກີບ ພ້ອມໃບຊົມເຊີຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ໄດ້ກ່າວວ່າ: ການແຂ່ງຂັນນັກຮ້ອງສຽງດີ ຢູ່ ກອງບັນຊາການທະຫານອາກາດໃນຄັ້ງນີ້ ໄດ້ພິສູດ ແລະ ຢັ້ງຢືນຜົນສໍາເລັດຂະບວນການກິດຈະກໍາທາງດ້ານການເມືອງ-ແນວຄິດ ທີ່ມີໝາຍຄວາມສໍາຄັນ ແລະ ຟົດຟື້ນມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ກອງບັນຊາການທະຫານອາກາດ. ພ້ອມນັ້ນ, ຍັງຍົກໃຫ້ເຫັນປະສົບການ ແລະ ບົດຮຽນອັນລ້ຳຄ່າໃນການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ແລະ ນຳເອົາບົດຮຽນທີ່ດີປະກອບໃນການປັບປຸງເຕັກນິກສິລະປະການຮ້ອງໃຫ້ດີຂຶ້ນກວ່າເກົ່າ, ທັງປະກອບສ່ວນເຂົ້າໃນວຽກງານກໍ່ສ້າງວັດທະນະທຳທາງດ້ານຈິດໃຈ ເຮັດໃຫ້ນາຍ ແລະ ພົນທະຫານຢູ່ ໃນກົມກອງ ມີຄວາມເບີກບານມ່ວນຊຶ່ນ, ອາລົມຍິ້ມແຍ້ມແຈ່ມໃສ ແລະ ພ້ອມກັນສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດເຮັດລ້ອນໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ນັກຂ່າວ ກທອ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ