ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ເມືອງຫົງສາ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-03-21 10:48:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 779 | ຄວາມນິຍົມ:



ໃນວັນທີ 21 ມີນາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢູ່ທີ່ ສະໂມສອນຂອງເມືອງ ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດສູນບໍລິການປະຈຳເມືອງ ພ້ອມດ້ວຍ ສະມາຊິກພັກ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ- ລັດຖະກອນ ແລະ ນາຍບ້ານເທສະບານ ເຂົ້າຮ່ວມ. ສະຫາຍ ແຫຼ້ ອ່ອນສົມບູນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະ ພັກໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະ ຂອງການປະຕິວັດ ປະຊາທິປະໄຕ, ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ນອກຈາກນີ້, ຍັງໄດ້ຫວນຄືນປະຫວັດມູນເຊື້ອ ເເລະ ການເຄື່ອນໄຫວຂະບວນການຂອງແມ່ຍິງໃນທົ່ວໂລກ, ນະໂຍບາຍ ແລະ ກົນໄກການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງລາວ (ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 115 ປີ). ທັງນີ້, ເພື່ອເປັນການປຸກລະດົມໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າ ເເລະ ບັນດາຊັ້ນຄົນຕ່າງໆ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານ, ໄຊຊະນະ ແລະ ມູນເຊື້ອ ຂອງພັກປະຊາຊົນປະຕິວັດລາວ ເພື່ອສືບຕໍ່ບູທະລຸທາງດ້ານແນວຄິດຈິນຕະນາການ ສ້າງ ເເລະ ປັບປຸງພັກໃຫ້ມີຄວາມປອດໃສ ເຂັ້ມເເຂງ ໜັກແໜ້ນ, ສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງວາງອອກ ໃຫ້ບັນລຸຕາມຄາດໝາຍວາງໄວ້. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ