
ພາຍໃຕ້ຮົ່ມທຸງສີແດງຂອງພັກປະຊາຊົນປະຕິວັດລາວ ນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານ
ເວລາອອກຂ່າວ: 2025-03-21 10:23:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 600 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ສະຫາຍ ພັນເອກ ເພັດທອງຄູນ ວົງຜາຈັນ ເລຂາໜ່ວຍພັກ, ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໄດ້ຂໍສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ວ່າ: ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນ, ສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ວັດຖຸປະສົງຂອງພັກ ແມ່ນນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຈຸດໝາຍສັງຄົມນິຍົມ.
ຕະຫຼອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ 3 ທິດນໍາ, ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານ, ແນວຄິດທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ຂອງຊົນຊັ້ນກຳມະກອນ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກ ແໜ້ນ.ຄຽງຄູ່ກັບການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນໍາພາໃນທົ່ວລະບົບການເມືອງ ປະຊາທິປະໄຕປະຊາຊົນຢ່າງແທ້ຈິງ.
. ເວົ້າລວມ, ເວົ້າສະເພາະ ໜ່ວຍພັກກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໄດ້ເອົາໃຈໃສ່ໃນການເຮັດໜ້າທີ່ຄຸ້ມຄອງມະຫາພາກ ແລະ ບັນດາສາງຄັງຂຶ້ນກັບ ຕິດພັນກັບການກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາຂອງພັກ, ຍົກສູງການກໍ່ສ້າງ-ປັບປຸງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນ, ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ, ບູລະນະ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອສືບທອດພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ.
ສະຫາຍ ພັນເອກ ເພັດທອງຄູນ ວົງຜາຈັນ ຍັງໄດ້ກ່າວຕື່ມວ່າ: ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ທີ່ຈະມາເຖິງ ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ຄະນະພັກ-ຄະນະບັນຊາ ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໄດ້ ເອົາໃຈໃສ່ນໍາພາ-ຊີ້ນໍາ ເຫຼົ່າຮົບນໍ້າມັນເຊື້ອໄຟກອງທັບ ຊີ້ນໍາບັນດາສາງຄັງຂຶ້ນກັບ, ສ້າງຂະບວນການອອກແຮງງານລວມໝູ່, ອະນາໄມສະຖານທີ່ຄ້າຍຄູ-ສາງຄັງ ທັງປ້ອງກັນທີ່ຕັ້ງສາງ ໃຫ້ມີຄວາມສະຫງົບປອດໄພ ຕາມຂອບເຂດຄວາມຮັບຜິດຊອບ, ມີຄວາມເປັນລະບຽບຈົບງາມ, ປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ມີສີສັນງາມຕາ ແລະ ຍົກສູງວຽກງານວິຊາສະເພາະຂອງຕົນເອງ ໃນການປົກປັກຮັກສາວັດຖຸນໍ້າມັນເຊື້ອໄຟໃຫ້ໄດ້ທາງດ້ານຈໍານວນ ແລະ ຄຸນນະພາບ ພ້ອມນັ້ນ, ໄດ້ຈັດຕັ້ງເຜີຍແຜ່ປາຖະກະຖາວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງທັບ ໃນແຕ່ລະໄລຍະ ເພື່ອໃຫ້ນາຍ ແລະ ພົນທະຫານ ໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວັນສໍາຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຂ້າພະເຈົ້າ ຕາງໜ້າໃຫ້ພະນັກງານ-ນັກຮົບ ເຫຼົ່າຮົບນໍ້າມັນເຊື້ອໄຟ ໃນທົ່ວກອງທັບ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ເຮັດສຳເລັດໜ້າທີ່ວຽກງານອັນມີກຽດສະຫງ່າອັນສູງສົ່ງຂອງບັນດາທ່ານ, ສືບຕໍ່ນໍາພາ-ຊີ້ນໍາ ທຸກໆ ເຫຼົ່າຮົບໃນກໍາລັງປະກອບອາວຸດ ກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ອວຍພອນໄຊອັນປະເສີດ ມາຍັງຄະນະນໍາກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍພະນັກງານ ແລະ ນັກຮົບ ໃນທົ່ວເຫຼົ່າຮົບພະລາທິການກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດ ໜ້າທີ່ວຽກງານການເມືອງອັນສູງສົ່ງທີ່ການຈັດຕັ້ງພັກ-ລັດ,ກອງທັບ ກໍຄືປະຊາຊົນມອບໝາຍໃຫ້ມີຜົນສໍາເລັດຕະຫຼອດໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ