ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກົມ​ກົດ​ລັບ ມອບ​ຈັກ​ລະຫັດ​ໃໝ່ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ
ເວລາອອກຂ່າວ: 2025-03-21 09:06:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1111 | ຄວາມນິຍົມ:



ວັນ​ທີ 17 ມີນາ 2025 ນີ້, ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ມອບ​ຈັກ​ລະຫັດໃໝ່ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ໂທ ສະຫວາດ ແສງ​ອຳນວຍ ຮອງ​ຫົວໜ້າ​ການ​ທະຫານ ສູນ​ເຕັກນິກ​ລະຫັດ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ໄຊ​ປັນຍາ ເພັດ​ອຸດົມ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ຜູ້​ທີ່​ເຮັດ​ວຽກ​ງານ​ວິຊາ​ສະເພາະ​ກົດ​ລັບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສັນຕິ​ສຸກ ພັນທະ​ວົງ ຊ່ວຍ​ວຽກ​ພະ​ແນກ​ຈັດ​ຕັ້ງ ກົມ​ກົດ​ລັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ປະກອບ​ຈັກ​ລະຫັດ MFAX ຈຳນວນ 1 ຊຸດ ແລະ ຈັກ​ລະຫັດ APHONE-16 ຈຳນວນ 3 ເຄື່ອງ ພ້ອມ​ດ້ວຍ​ປຶ້ມ​ຄູ່​ມື​ນຳ​ໃຊ້​ຈັກ​ລະຫັດ MFAX-2022 ຮ່ວມ​ກັບ APONE-16 ອີກ​ຈຳນວນ 4 ຫົວ ພ້ອມ​ທັງ​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ກົດ​ລັບ ວ່າ​ດ້ວຍ​ການ​ປ່ຽນ​ຖ່າຍ​ອຸປະກອນ​ຈັກ​ດັ່ງກ່າວ ໃຫ້​ບາງ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ​ຕື່ມ​ອີກ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ໂທ ສະຫວາດ ແສງ​ອຳ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ, ຄວາມ​ສຳຄັນ, ຄວາມ​ທັນ​ສະໄໝ, ຄວາມ​ວ່ອງໄວ ແລະ ຄວາມ​ຖືກຕ້ອງ​ຊັດ​ເຈນ​ຂອງ​ເຄື່ອງ​ຈັກ​ດັ່ງກ່າວ​ທີ່​ໃຊ້​ເຂົ້າ​ໃນ​ວຽກ​ງານ​ກົດ​ລັບ​ຂອງ​ກອງທັບ ເຊິ່ງ​ເຄື່ອງ​ນີ້​ແມ່ນ​ປ້ອງ​ກັນ​ຂໍ້​ມູນ​ໄດ້​ດີ ແລະ ມີ​ຄວາມ​ປອດ​ໄພ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ, ຕໍ່​ເອກະສານ​ສຳຄັນ​ຕ່າງໆ ໂດຍ​ສະເພາະ​ແມ່ນ​ພະ​ແນກ​ກົດ​ລັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໃຫ້​ມີ​ຄວາມ​ວ່ອງໄວ​ທ່ວງ​ທັນ​ກັບ​ເວລາ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ພະ​ແນກ​ກົດ​ລັບ ກໍ​ຄື​ພະນັກງານ-ນັກຮົບ ທີ່​ເຮັດ​ວຽກ​ງານ​ວິຊາ​ສະເພາະ​ກົດ​ລັບ ຈົ່ງ​ນຳ​ເອົາ​ເຄື່ອງ​ຈັກ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ໃຫ້​ມີ​ຜົນ​ປະໂຫຍດ​ສູງ​ສຸດ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ ກໍ​ໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ ເຄື່ອງ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ ໂດຍ​ມີ​ຄະນະ​ພັກ-ຄະນະ​ບັນຊາ​ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ທີ່​ເຮັດ​ໜ້າທີ່​ວິຊາ​ສະເພາະ​ກົດ​ລັບ​ຮ່ວມ​ເປັນ​ສັກຂີ​ພະຍານ. ໂດຍ: ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ