ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ
ເວລາອອກຂ່າວ: 2025-03-21 09:05:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1234 | ຄວາມນິຍົມ:



ວັນ​ທີ 17 ມີນາ 2025 ນີ້, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ 4 ຫ້ອງ, 2 ກອງພັນ ແລະ ນັກ​ກິລາ​ທົ່ວ​ໂຮງຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອຸໄລ​ກອນ ກົມ​ມະ​ເມືອງ ຮອງ​ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ໃຫ້​ຮູ້​ວ່າ: ການ​ແຂ່ງຂັນ​ກິລາ​ມວນ​ຊົນ​ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຕ້ອນຮັບ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ຕ້ອນຮັບ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ, ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ແມ່ນ​ເລີ່ມ​ແຕ່ ວັນ​ທີ 26 ກຸມພາ 2025 ຫາ​ວັນ​ທີ 17 ມີນາ 2025 ເຊິ່ງ​ປະກອບ​ມີ 4 ລາຍການ​ ແຂ່ງຂັນ​ຄື: ກິລາ​ບານສົ່ງ​ຊາຍ, ກິລາ​ເປ​ຕັ້ງ, ກິລາ​ດຶງເຊືອກ ແລະ ກິລາ​ກະຕໍ້​ຫວາຍ, ຜົນ​ການ​ແຂ່ງຂັນ​ກິລາ​ປະເພດ​ຕ່າງໆ ລາງວັນ​ທີ 1 ໄດ້​ຮັບ​ເງິນສົດ ພ້ອມ​ຂັນ​ລາງວັນ 1 ໜ່ວຍ ມີ​ຄື: ກິລາ​ບານສົ່ງ​ຊາຍ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ສຶກ​ສາ, ກິລາ​ດຶງເຊືອກ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ສຶກ​ສາ, ກິລາ​ເປ​ຕັ້ງ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ການເມືອງ ແລະ ກິລາ​ກະຕໍ້​ຫວາຍ​ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ສຶກ​ສາ; ລາງວັນ​ທີ 2 ມີ​ຄື: ກິລາ​ບານສົ່ງ ໄດ້ແກ່​ນັກ​ກິລາ​ທີມ ຫ້ອງ​ພະລາທິການ-ເຕັກນິກ, ກິລາ​ດຶງເຊືອກ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ພະລາທິການ-ເຕັກນິກ, ກິລາ​ເປ​ຕັງ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ພະລາທິການ-ເຕັກນິກ ແລະ ກິລາ​ກະຕໍ້​ຫວາຍ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ພະລາທິການ-ເຕັກນິກ; ລາງວັນ​ທີ 3 ມີ​ຄື: ກິລາ​ບານສົ່ງ​ຊາຍ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງການ-ບໍລິຫານ, ກິລາ​ດຶງເຊືອກ ໄດ້ແກ່​ທີມ​ນັກ​ກິລາ ຫ້ອງ​ການເມືອງ, ກິລາ​ເປ​ຕັ້ງ ໄດ້ແກ່​ທີມ​ນັກ​ກິລາ ກອງພັນ​ທີ 2 ແລະ ກິລາ​ກະຕໍ້​ຫວາຍ ໄດ້ແກ່​ທີມ​ນັກ​ກິລາ ກອງພັນ​ທີ 2, ຈາກ​ນັ້ນ​ຄະ​ພັກ-ຄະນະ​ບັນຊາ​ກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ມອບ​ລາງວັນ​ໃຫ້​ນັກ​ກິລາ​ແຕ່​ລະ​ປະເພດ. ໂດຍ ໂອ​ລິນ ມີ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ